ປີ 2012 ຫວຽດນາມ ສຸ້ຊົນເພີ່ມມຸນຄ່າ ການຜະລິດອຸດສາຫະກຳ 13%

ຕອນ​ເຊົ້າ​ວັນ​ທີ 3 ມັງກອນ, ຢູ່ ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການ​ປະຕິບັດ​ໜ້າ​ທີ່ຂອງ​ປີ 2011, ​ແຜນການ​ຂອງ​ປີ 2012 ​ແລະ ບາງ​​ທິດ​ທາງ​ຕົ້ນ​ຕໍ່​ຂອງ​ແຜນການ 5 ປີ 2011 - 2015 ຂອງ​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ. ປີ 2011, ​ເຖິງ​ວ່າ​ເສດຖະກິດ ຫວຽດນາມ ຮັບ​ຜົນ​ສະທ້ອນ​ຈາກໄພ​ເງິ​ນ​ເຟີ້​ຂອງ​ໂລກກໍ່​ຕາມ, ​ແຕ່​ຍ້ອນມີ​ການ​ຊີ້​ນຳ​ຢ່າງ​ຂຽວ​ຂາ​ດຂອງ​ລັດຖະບານ ​ແລະ ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າຂອງ​ທົ່ວ​ປວງ​ຊົນ ​ແລະ ວິ​ສາ​ຫະກິດສະ​ນັ້ນ​ຍັງ​ສາມາດຮັກສາ​ຄວາມສະຫງົບ​ໝັ້ນ​ທ່ຽງ ​ແລະ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ. ຄວາມ​ດູ​ນດຽງເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​​​ໂດຍ​ພື້ນຖານ, ຕະຫຼາດ​ສະ​ໜອງ ​ແລະ ຈຳໜ່າຍສິນຄ້າ​ໄດ້ຮັບການ​ຮັບປະກັນ.... ການເຄື່​ອນ​ໄຫວ ສົ່ງ​ອອກ, ນຳ​ເຂົ້າບັນລຸ​ໄດ້​ໝາກຜົນ​ດີ. ຍອດ​ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ປີ 2011 ຄາ​ດວ່າ​ບັນລຸ​ 96 ຕື້ 3 ຮ້ອຍ​ລ້ານ USD ​ເພີ່ມ​ຂື້ນ 33% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ເພື່ອ​ປະກອບສ່ວນ​ບັນລຸ​ລະດັບການເຕີບ​ໂຕ GDP ຂອງ​ທົ່ວ​ປະ​ເທດປີ 2012 ​ແຕ່ 6% ຫາ 6,5% ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ ວາງ​ອອກ​ຈຸດໝາຍ​ສຸ້​ຊົນ​ໃນ​ນັ້ນ​ເພີ່ມມຸນ​ຄ່າ​ການ​ຜະລິດ​ອຸດສາຫະກຳ 13%, ມູນ​ຄ່າ​ເພີ່ມ​ໃນ​ທົ່ວ​ຂະ​ແໜງ​ອຸດສາຫະກຳ​ເພີ່ມ​ປະມານ 7,5% ​ເມື່ອ​ທຽບ​ກັບ​ປີ 2011 .

ຂ່າວ/ບົດ​ອື່ນ