ປີ 2013, ຈະດຶງດູດທຶນ FDI ແຕ່ 13 -14 ຕື້ USD

ປີ 2013, ຈະດຶງດູດທຶນ FDI ແຕ່ 13 -14 ຕື້ USD - ảnh 1
ພາບປະກອບ

(vovworld) - ຕາມ​ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ​ເມື່ອ​ວັນ​ທີ 4/1 ​ແລ້ວ, ຄາດ​ວ່າ​ທຶນ FDI ຈົດ​ທະບຽນ​ໃນ​ປີ 2013 ຈະ​ບັນລຸ​ແຕ່ 13 – 14 ຕື້ USD ​ແລະ ທຶນ​ປະຕິບັດ​ບັນລຸ​ປະມານ 10,5 – 11 ຕື້ USD , ທຽບ​ເທົ່າ​ກັບປີ 2012. ​ເພື່ອ​ເພີ່ມ​ທະວີ​ການ​ດຶງ​ດູດ​ທຶນ FDI ​ໃນ​ປີ 2013, ທ່ານ ​ໂດ໋​ເຍີ​ດຮ່ວາງ (Do Nhat Hoang) ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​ໃນ​ຕໍ່ໜ້າ​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ວຽກ​ງານ​ວາງ​ແຜນ​ກຳນົດ​ນັບແຕ່​ຂອດ​ສ້າງ, ກວດກາ, ອະນຸມັດ​ຜ່ານ ຕະຫຼອດ​ຮອດ​ການ​ຄຸ້ມ​ຄອງ​ການວາງ​ແຜນກຳນົດ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ​​ແຫຼ​່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ, ພ້ອມ​ທັງ ຍູ້​ແຮງ​ການ​ສົມທົບ​ລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ​ແຫ່ງ​ລັດ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ໜູນ​ຊ່ວຍ, ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃຫ້​ແກ່​ບັນດາ​ໂຄງການ ​ເພື່ອ​ຊຸກຍູ້​ການ​ປ່ອຍ​ເງິນ​​ລົງທຶນ​ໂດຍ​ໄວ. ຄຽງ​ຄູ່​ກັນ​ນັ້ນ, ກະຊວງ​ກໍ່​ໄດ້ປັບປຸງວິທີ​ການ​ສົ່ງ​ເສີມ​ການ​ລົງທຶນ​ຕາມ​ທິດ​ຈຸດ​ສຸມ, ຕາມ​ແຕ່ລະ​ຂະ​ແໜງ, ຂົງ​ເຂດ, ພາກ​ພື້ນ ​ແລະ ຕາມ​ຄູ່​ຮ່ວມ​ມື, ຫຼີກ​ລ້ຽງ​ສະພາບ​ການ​ສົ່ງ​ເສີມ​ການ​ລົງທຶນ​ແບບ​ກະ​ແຈກ​ກະ​ຈ່າຍ ​ເພີ່​ມທະວີຊ່ວຍ​ໜູນ​ບັນດາ​ນັກ​ລົງທຶນ​ພວມ​ລົງທຶນ​ຢູ່​ຫວຽດນາມ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ, ຫຼຸດຜ່ອນ​ຮົ້ວ​ກິດ​ຂວາງ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ບາງ​ຂະ​​ແໜງ​ບໍລິການ ​ເຊິ່ງຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ. ດ້ານ​ອື່ນ, ສ້າງ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ​ເໝາະ​ສົມ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ສາກົນ ​ເພື່ອ​ຈຳກັດ​ບັນດາ​ໂຄງການ​ບໍ່​ສົ່ງ​ເສີມ​ການ​ລົງທຶນ.

ຂ່າວ/ບົດ​ອື່ນ