ປຸກລະດົມ​ການ​ເສ​ັງ ປ່ຽ​ນ​ແປງ​ໃໝ່ປະດິດ​ຄິດ​ສ້າງ ​ເພື່ອ​ແນ​ໃສ່ຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ວັນທີ 29 ເມສາ, ພາຍໃຕ້ການປົກປ້ອງຈາກຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ສະມາຄົມວິທະຍາສາດ ແລະ ນັກຊ່ຽວຊານຫວຽດນາມໃນທົ່ວໂລກ (AVSE Global) ໄດ້ປຸກລະດົມການເສັງ ດ້ວຍຫົວຂໍ້ “ປ່ຽນແປງໃໝ່ປະດິດຄິດສ້າງ - #Hack4growth - Covid Endgame". 
ປຸກລະດົມ​ການ​ເສ​ັງ ປ່ຽ​ນ​ແປງ​ໃໝ່ປະດິດ​ຄິດ​ສ້າງ ​ເພື່ອ​ແນ​ໃສ່ຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ໂລໂກການເສັງ “ປ່ຽນແປງໃໝ່ປະດິດຄິດສ້າງ - #Hack4growth - Covid Endgame" (ພາບ: ຄະນະຈັດຕັ້ງ)

ການເສັງ ເພື່ອແນໃສ່ຊຸກຍູ້ວັດທະນະທໍາປ່ຽນແປງໃໝ່, ປະດິດຄິດສ້າງ; ເຊື່ອມຕໍ່ກັບຜູ້ປະດິດຄິດສ້າງ ແລະ ນັກລົງທຶນ, ວິສາຫະກິດ; ມຸ່ງໄປສູ່ສັງຄົມ ຮ່ວມແຮງຮ່ວມໃຈຊອກຫາມາດຕະການແກ້ໄຂພ້ອມກັບປະເທດຊາດຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ.

       ເປົ້າໝາຍເຂົ້າຮ່ວມການເສັງຄັ້ງນີ້ຶ ລວມມີ ບັນດາວິສາຫະກິດ ຫຼືກຸ່ມຄົນຕ່າງໆທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວນີ້ເປັນເວລາຕໍ່າກວ່າໄລຍະ 5 ປີ; ສ່ວນບຸກຄົນທີ່ມີອາຍຸກ ຈາກ 18 ປີ ຂຶ້ນໄປ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ເວລາຮັບສໍາເນົາເອກະສານ ແມ່ນນັບແຕ່ນີ້ ຈົນຮອດວັນທີ 15 ມິຖຸນາ 2020. ບັນດາແນວຄວາມຄິດທີ່ມີລັກສະນະສ້າງສັນສູງ, ແທດເໝາະກັບຕົວຈິງ ຈະໄດ້ອັບເດັດຢູ່ໃນທີ່ຢູ່ເວັບໄຊ www.vietnaminnovationlinks.org ແລະ ນໍາມາຜັນຂະຫຍາຍ ແລະ ປະກາດກ່ອນທີ່ຈະມອບລາງວັນ./.

ຕອບກັບ

ຂ່າວ/ບົດ​ອື່ນ