ປຸກລະດົມການເສັງສາລະຄະດີ“ຂະແໜງສາທາລະນະສຸກຫວຽດນາມ60 ປີແຫ່ງການປະຕິບັດຕາມຄຳສັ່ງສອນ ຂອງປະທານໂຮ່ຈິມິນ”
ພິທີປຸກລະດົມການເສັງສາລະຄະດີດ້ວຍຫົວຂໍ້ “ຂະແໜງສາທາລະນະສຸກ ຫວຽດນາມ - 60 ປີແຫ່ງການປະຕິບັດຕາມຄຳສັ່ງສອນ ຂອງປະທານໂຮ່ຈິມິນ”
(ພາບ: baomoi.com)
(vovworld)- ຕອນເຊົ້າ, ວັນທີ 8/9, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກໄດ້ສົມທົບ ກັບສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງພິທີປຸກລະດົມການເສັງສາລະຄະດີດ້ວຍຫົວຂໍ້ “ຂະແໜງສາທາລະນະສຸກ ຫວຽດນາມ - 60 ປີແຫ່ງການປະຕິບັດຕາມຄຳສັ່ງສອນ ຂອງປະທານໂຮ່ຈິມິນ”. ການເສັງແມ່ນໜຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານໂຮ່ຈິມິນຝາກຈົດໝາຍເຖິງຂະແໜງສາທາລະນະສຸກ ແລະ ໄດ້ຖືເອົາເປັນວັນແພດໝໍຫວຽດນາມ 27/2 . ເປົ້າໝາຍເຂົ້າຮ່ວມການເສັງແມ່ນພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດຢູ່ຫວຽດນາມ ແລະ ຕ່າງປະເທດ ກໍ່ຄືຜູ້ທີ່ຖືສັນຊາດຕ່າງປະເທດພວມດຳລົງຊີວິດຢູ່ຫວຽດນາມ. ໄລຍະເວລາທີ່ສົ່ງບົດເສັງເລີ່ມແຕ່ວັນທີ 10/9 ຫາ ວັນທີ 25/12 . ສາລະຄະດີເຂົ້າຮ່ວມການເສັງແມ່ນສຸມໃສ່ສ່ອງແສງບັນດາແບບຢ່າງດີເດັ່ນໃນວຽກງານຕ້ານໂລກລະບາດ, ກວດກາ ແລະ ປິ່ນປົ່ວພະຍາດ, ຜະລິດການຢາ, ຄົ້ນຄ້ວາວິທະຍາສາດ ແລະ ບຳລຸງສ້າງ. ຄະນະຈັດຈັ້ງການເສັງດັ່ງກ່າວຈະມອບ ລາງວັນທີ 1 ຈຳນວນ 1 ລາງວັນ, ລາງວັນທີ 2 ຈຳນວນ 2 ລັງວັນ, ລາງວັນທີ 3 ຈຳນວນ 3 ລາງວັນ. ໃນນັ້ນ, ລາງວັນທີ 1 ມີມູນຄ່າເຖິງ 20 ລ້ານດົງ.