ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຍາ​ດ​ເອົາ​ລາງວັນ​ນະ​ຄອນ​ອັດ​ສະ​ລິ​ຍະ ຫວຽດ​ນາມ 2020

(VOVWORLD) -ນະຄອນອັດສະລິຍະແມ່ນໜຶ່ງໃນບັນດາແບບວິທີດີທີ່ສຸດເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ມຸ່ງໄປສູ່ເປົ້າໝາຍສ້າງນະຄອນຂຽວສະອາດກວ່າ, ທັນສະໄໝກວ່າ, ປອດໄພກວ່າ, ມີປະໂຫຍດກວ່າ ແລະ ສວຍງາມກວ່າ.
ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຍາ​ດ​ເອົາ​ລາງວັນ​ນະ​ຄອນ​ອັດ​ສະ​ລິ​ຍະ ຫວຽດ​ນາມ 2020 - ảnh 1 ກອງປະຊຸມຂ່າວປຸກລະດົມການແຂ່ງຂັນຍາດເອົາລາງວັນນະຄອນອັດສະລິຍະ ຫວຽດນາມ 2020 (ພາບ: vtv.vn)

        ວັນທີ 7 ກັນຍາ, ສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ປຸກລະດົມການແຂ່ງຂັນຍາດເອົາລາງວັນນະຄອນອັດສະລິຍະ ຫວຽດນາມ 2020 ຜ່ານທາງອອນລາຍ, ປະກອບສ່ວນຍູ້ໄວການກໍ່ສ້າງ, ພັດທະນານະຄອນອັດສະລິຍະແບບຍືນຍົງຢູ່ຫວຽດນາມໃນວິວັດແຫ່ງການຫັນເປັນດີຈີຕອນແຫ່ງຊາດ. ການແຂ່ງຂັນດັ່ງກ່າວ ຈະສ້າງກຳລັງໜູນຊຸກຍູ້ການປະດິດຄິດສ້າງເຕັກໂນໂລຢີໄປພ້ອມໆກັບການປະດິດຄິດສ້າງກ່ຽວກັບກົນໄກ, ນະໂຍບາຍ. ທ່ານ ເຈືອງຢາບິ່ງ, ປະທານສະຫະສະມາຄົມ ຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ແບ່ງປັນວ່າ: ນະຄອນອັດສະລິຍະແມ່ນໜຶ່ງໃນບັນດາແບບວິທີດີທີ່ສຸດເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ມຸ່ງໄປສູ່ເປົ້າໝາຍສ້າງນະຄອນຂຽວສະອາດກວ່າ, ທັນສະໄໝກວ່າ, ປອດໄພກວ່າ, ມີປະໂຫຍດກວ່າ ແລະ ສວຍງາມກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ