ປຸກລະດົມທົ່ວປວງຊົນປະຕິບັດຂະບວນການ “ຕອບບຸນແທນຄຸນ”

ປຸກລະດົມທົ່ວປວງຊົນປະຕິບັດຂະບວນການ “ຕອບບຸນແທນຄຸນ” - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີປຸກລະດົມ
(ພາບ: VGP/Tu Luong)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີປຸກລະດົມ ທົ່ວ​ປວງ​ຊົນ​ປະຕິບັດ​ຂະ​ບວນການ “ຕອບ​ບຸນ​ແທນ​ຄຸນ” ​ແຕ່​ວັນ​ທີ 19/5 ຫາ​ວັນ​ທີ 27/7/2012. ທີ່​ພິທີ​ປຸກ​ລະດົມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Huynh Dam ສະ​ເໜີ​ວ່າ:

“​ເບິ່ງ​ແຍງ​ດູ​ແລ, ຊ່ວ​ຍ​ເຫຼືອ, ປຸກລະດົມ​ບັນດາ​ທະ​ຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ,​ຄອບ​ຄົວນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ ​ແມ່ນ​ນ້ຳ​ໃຈ, ຄວາມ​ຮັບຜິດຊອບ​ຂອງ​ທັງ​ລະບົບ​ການ​ເມືອງ, ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ຂອງ​ທົ່ວ​ສັງ​ຄົມ ​ແລະ ຂອງ​ປະຊາຊົນ​ແຕ່ລະຄົນ. ຂ້າພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ພ້ອມ​ກັບ​ພໍ່​​ແມ່​ປະຊາຊົນ, ນັກຮົບ​ໃນ​ທົ່ວ​ປະ​ເທດ, ພໍ່​ແມ່​ປະຊາຊົນ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ຕັ້ງໜ້າ​ຕອນ​ສະໜອງ​ບັ້ນຂົນຂວາຍ ທົ​່ວປວງ​ຊົນປະຕິບັດ​ຂະ​ບວນການ “ຕອບ​ບຸນ​ແທນ​ຄຸນ”, ປະກອບສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮູ້ ​ແລະ ຍາມ​ໃດ​ກໍ​ນັບຖື​ຄຸນງາ​​ມຄວາມ​ດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ວິລະ​ຊົນ, ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ”

        ກໍ​ທີ່​ພິທີ​ປຸກລະດົມ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ສະ​ເໜີ​ວ່າ: ທຸກ​ຂັ້ນ, ທຸກຂະ​ແໜງ​ການ ປັບປຸງ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ຜູ້​ມີ​ຄຸນງາມຄວາມດີ​ຢ່າງ​ບໍ່​ຢຸດ​ຢັ້ງ​, ຜັນ​ຂະຫຍາຍ​ນະ​ໂຍບາຍ​ກ່ຽວ​ກັບ​ຜູ້​ມີ​ຄຸນງາມຄວາມດີ​ຕາມ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ສູ​ນກາງ​ຄັ້ງ​ທີ 5 ຂອງ​ພັກ.

ຂ່າວ/ບົດ​ອື່ນ