ປຸກລະດົມບັ້ນສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອ ເຂດທະເລໝູ່ເກາະ ຂອງບ້ານເກີດເມືອງນອນ“


ປຸກລະດົມບັ້ນສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອ ເຂດທະເລໝູ່ເກາະ ຂອງບ້ານເກີດເມືອງນອນ“ - ảnh 1

 (ພາບ: vov)

(vovworld)- ວັນ​ທີ 19/5, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ປຸກລະດົມບັ້ນສົ່ງ​ຂໍ້ຄວາມ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​​ເຂດທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ຢ່າງ​ເປັນ​ທາງ​ການ​ຢູ່​ຮ່າ​ໂນ້ຍ. ບັ້ນປຸກລະດົມ​ດັ່ງກ່າວ​ເພື່ອ​ແນ​ໃສ່​ຂົນຂວາຍ​ປະຊາຊົນ​ທົ່ວ​ປະ​ເທດ​ສະໜັບສະໜູນ​ແຫຼ່ງກຳລັງ​ເພື່ອ​​ເຄື່ອງ​ຜະລິດ​ນ້ຳຈືດ, ​ເຄື່ອງ​ອຸປະກອນ​ຕິດ​ຕໍ່​ພົວພັນສື່ສານ, ບັນ​ເທິງ, ​ແນວ​ພັນ​ປູກ ​ແລະ ສັດລ້ຽງ​ເພື່ອ​ມອບ​ໃຫ້​ທະຫານ, ປະຊາຊົນ, ຊາວ​ປະມົງ​ໃນ​ບັນດາ​ເຂດ​ທະ​ເລ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພ້ອມ​ກັນນັ້ນກໍ່​​​ຊື້​ເຄື່ອງ​ອຸປະກອນ​ສະ​ເພາະ​ຈຳນວນ​ໜຶ່ງ​ມອບ​ໃຫ້​ກຳລັງ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ​ເພື່ອ​ຊ່ວຍ​ບັນດາ​ນັກຮົບ​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ. ບັ້ນສົ່ງ​ຂໍ້ຄວາມ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​​ເຂດທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ຈະ​ອັດ​ລົງ​ໃນ​ວັນ​ທີ 18/7/2014.

  ​ໃນ​ໂອກາດ​ນີ້, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ, ​ໂທລະພາບ​ແຫ່ງ​ຊາດ​ຫວຽດນາມ ກໍ່​ໄດ້​ຝາກ​ຈຳນວນ​ເງິນ​ກ່ວາ 1,3 ຕື້​ດົ່ງ​​ເຖິງ​ທະຫານ ​ແລະ ປະຊາຊົນ​ໃນ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ./.

 

ຂ່າວ/ບົດ​ອື່ນ