ປຸກລະດົມລາງວັນສື່ມວນຊົນເພື່ອພາລະກິດມະຫາສາມະຄີທົ່ວປວງຊົນທັງຊາດ ຄັ້ງທີ XIII

(VOVWORLD) - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ປຸກລະດົມລາງວັນສື່ມວນຊົນ “ ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ ” ຄັ້ງທີ XIII ປີ 2017-2018
ປຸກລະດົມລາງວັນສື່ມວນຊົນເພື່ອພາລະກິດມະຫາສາມະຄີທົ່ວປວງຊົນທັງຊາດ ຄັ້ງທີ XIII - ảnh 1ທ່ານ ຫງວຽນທ້ຽນເຍິນ

ທ່ານຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈີມິນ ເຂົ້າຮ່ວມການປຸກລະດົມ.

    ບັນດາບົດໜັງສືພິມ ທີ່ໄດ້ຮັບການພິຈາລະນາຮັບລາງວັນ ຄັ້ງທີ XIII ປີ 2017-2018 ລວມມີ: ບົດຂຽນ, ຂ່າວວິທະຍຸ, ຂ່າວພາບ, ຂ່າວເອເລັກໂຕນິກ ແລະ ພາບໂຄສະນາ. ລາງວັນຈະໄດ້ປະກາດໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ ( 18 ພະຈິກ 2018 ).

  ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ແລະ ບັນດາຜູ້ແທນໄດ້ກົດປຸ່ມເປີດສະຫຼອງວາລະສານເອເລັກໂຕນິກແນວໂຮມ.

ຕອບກັບ

ຂ່າວ/ບົດ​ອື່ນ