ປຸກລະດົມລາຍການບໍລິຈາກແນວພັນຜັກໃຫ້ນັກຮົບເຈື່ອງຊາ

(VOVWORLD) -ຕອນເຊົ້າວັນທີ 20 ມີນາ ຢູ່ ນະຄອນໂຮ່ຈິມີນ ໄດ້ດຳເນີນພິທີປຸກລະດົມລາຍການ ບໍລິຈາກແນວພັນຜັກໃຫ້ນັກຮົບ ເຈື່ອງຊາ. 

ປຸກລະດົມລາຍການບໍລິຈາກແນວພັນຜັກໃຫ້ນັກຮົບເຈື່ອງຊາ - ảnh 1 ການບໍລິຈາກແນວພັນຜັກໃຫ້ນັກຮົບ ຢູໝູ່ເກາະ ເຈື່ອງຊາ

ພາບ:tienphong

ລາຍການດັ່ງກ່າວແມ່ນເພື່ອແນໃສ່ບໍລິຈາກແນວພັນຜັກຢ່າງຫນ້ອຍສຸດ 500 ກິໂລກາມ ແລະ ດິນອິນຊີ 30 ໂຕນ ມອບໃຫ້ນັກຮົບພວມປະຕິບັດຫນ້າທີ່ຢູ່ໝູ່ເກາະເຈື່ອງຊາ ແລະ ເຮືອນຮ້ານຍາມ DK1. ລາຍການດັ່ງກ່າວແມ່ນເລີ່ມຮັບການບໍລິຈາກນັບແຕ່ວັນທີ 20 ຮອດວັນທີ 22 ທັນວາປີ 2018. ທ່ານ ຫວູດີງໄບ໋, ຄູສອນ ໂຮງຮຽນພະນັກງານຄຸ້ມຄອງການສຶກສາ ນະຄອນ ໂຮ່ຈິມີນ ແມ່ນຜູ້ສ້າງແນວຄວາມຄິດປະຕິບັດລາຍການດັ່ງກ່າວໃຫ້ຮູ້ວ່າ:

        “ປະຈຸບັນ ມີ 16 ແຂວງ, ນະຄອນ ໃນທົ່ວປະເທດ ແລະ ບັນດາຫົວຫນ່ວຍ, ສ່ວນບຸກຄົນໄດ້ເຂົ້າຮ່ວມການບໍລິຈາກແນວພັນຜັກ ແລະ ດິນອິນຊີ ໃຫ້ແກ່ລາຍການ. ຜູ້ຈົດທະບຽນເຂົ້າຮ່ວມລາຍການດັ່ງກ່າວຍັງຄົງສືບຕໍ່ເພີ່ມຂຶ້ນຫລາຍ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດ ເມື່ອມີຫລາຍຄົນສະຫນັບສະຫນູນລາຍການນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ