ປຸກລະດົມສັບປະດານ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມລະດັບຊາດປີ 2022

(VOVWORLD) -ດ້ວຍຫົວຂໍ້ “ຄຸ້ມຄອງ, ເຄື່ອນໄຫວ, ຂຸດຄົ້ນກິດຈະກຳສະໜອງນ້ຳແບບຍືນຍົງ ແລະ ເຮັດອະນາໄມເຂດຊົນນະບົດ”, ສັບປະດາດັ່ງກ່າວປີນີ້ແມ່ນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ.

ວັນທີ 13 ພຶດສະພາ, ຢູ່ນະຄອນ ບວນມາທວດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ດັກລັກ ຈັດພິທີປຸກລະດົມສັບປະດານ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມລະດັບຊາດປີ 2022.

        ດ້ວຍຫົວຂໍ້ “ຄຸ້ມຄອງ, ເຄື່ອນໄຫວ, ຂຸດຄົ້ນກິດຈະກຳສະໜອງນ້ຳແບບຍືນຍົງ ແລະ ເຮັດອະນາໄມເຂດຊົນນະບົດ”, ສັບປະດາດັ່ງກ່າວປີນີ້ແມ່ນມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ. ທ່ານ ເລືອງວັນແອັງ, ຮອງຫົວໜ້າກົມຊົນລະປະທານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ:

        “ເປົ້າໝາຍຂອງການປຸກລະດົມສັບປະດານ້ຳສະອາດ, ເຮັດອະນາໄມສິ່ງແວດລ້ອມເຂດຊົນນະບົດ ແມ່ນເພື່ອກະຕຸກຊຸກຍູ້, ຕັກເຕືອນບັນດາທ້ອງຖິ່ນ, ທຸກຂັ້ນ, ທຸກຂະແໜງການຈົ່ງເອົາໃຈໃສ່ປົກປັກຮັກສາ, ກໍ່ສ້າງ, ລົງທຶນກິດຈະກຳສະໜອງນ້ຳ. ແລະພິເສດແມ່ນມີການກະທຳເຮັດແນວໃດເພື່ອຊຸກຍູ້ການຄຸ້ມຄອງ, ເຄື່ອນໄຫວບັນດາກິດຈະກຳສະໜອງນ້ຳແບບຍືນຍົງ, ຮັບປະກັນການສະໜອງນ້ຳໃຫ້ແກ່ປະຊາຊົນເຂດຊົນນະບົດໃຫ້ບັນລຸມາດຕະຖານ.”

ຕອບກັບ

ຂ່າວ/ບົດ​ອື່ນ