ປິດ Festival ແຄນຊາວເຜົ່າມົ້ງ 2023

(VOVWORLD) - ນີ້ແມ່ນເຫດການວັດທະນະທຳເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳ, ເຂັ້ມຂຸ້ມໄປດ້ວຍລັກສະນະມະມຸດສະທຳອັນສູງສົ່ງຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
ປິດ Festival ແຄນຊາວເຜົ່າມົ້ງ 2023 - ảnh 1 ລາຍການສະແດງໃນງານ Festival
(ພາບ: dangcongsan.vn)

        Festival ແຄນຊາວເຜົ່າມົ້ງ ແລະ ງານບຸນວັດທະນະທຳອາຫານການກິນຂອງພາກເໜືອ, ພາກກາງ ແລະ ພາກໃຕ້ ຫວຽດນາມ ປີ 2023 ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 21-23 ເມສາ ໄດ້ປິດລົງໃນວັນທີ 23 ເມສາ. Festival ກາຍເປັນຈຸດພົ້ນເດັ່ນຂອງວັດທະນະທຳ, ທ່ອງທ່ຽວ ໄດ້ຮັບຄວາມຫວັງຈະສ້າງຂີດໝາຍຫຼາຍຢ່າງ, ດຶງດູດແຂກທ່ອງທ່ຽວຫຼາຍຄົນມາທ່ອງທ່ຽວຢູ່ ຮ່າຢາງ.

        ນີ້ແມ່ນເຫດການວັດທະນະທຳເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳ, ເຂັ້ມຂຸ້ມໄປດ້ວຍລັກສະນະມະມຸດສະທຳອັນສູງສົ່ງຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພ້ອມທັງເປັນແຫ່ງພົບປະ, ແລກປ່ຽນຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ ແລະ ໂຄສະນາບັນດາຜະລິດຕະພັນ, ວັດທະນະທຳ, ອາຫານການກິນທີ່ເປັນເອກະລັກສະເພາະຂອງແຂວງ ຮ່າຢາງ ກໍຄືບັນດາເຂດພາກໃນທົ່ວປະເທດ.

        ປີ 2015, ແຄນຊາວເຜົ່າມົ້ງ ຂອງແຂວງ ຮ່າຢາງ ໄດ້ຮັບການຮັບຮອງເປັນມໍລະດົກບໍ່ເປັນວັດຖຸລະດັບຊາດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ. ຜ່ານນັ້ນກໍ່ໄດ້ຢັ້ງຢືນຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງແຄນ ໃນການດຳເນີນຊີວິດຂອງປະຊາຄົມຊາວເຜົ່າ ມົ້ງ ຢູ່ເຂດພູພຽງ ດົ່ງວັນ, ປະກອບສ່ວນເຊີດຊູມໍລະດົກ ແລະ ກາຍເປັນຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ