ປິດ​ກອງ​ປະ​ຊຸມ​ເວ​ທີ​ປາ​​​ໄສ​ອາ​ຊີ​ປົວ​ອາວ 2019

(VOVWORLD) - ການສະໜັບສະໜູນ ໃຫ້ແກ່ລັດທິຫຼາຍຝ່າຍ ແລະ ໂລກາພິວັດຢ່າງແຮງນັ້ນ ແມ່ນ ໝາກຜົນສຳຄັນທີ່ສຸດ ແລະ ກໍ່ແມ່ນສານເປັນໜ້າຄວາມປຸກລະດົມສົ່ງເສີມທີ່ສຸດຈາກເວທີປາໄສໃນປີ 2019 ນີ້.

     ຕອນຄ່ຳວັນທີ 29 ມີນາ, ກອງປະຊຸມປະຈຳປີເວທີປາໄສອາຊີປົວອາວ 2019 (BFA)ໄດ້ສິ້ນສຸດລົງ ຢູ່  ແຂວງເກາະ ໄຮ່ໜານ, ທາງພາກໃຕ້ປະເທດ ຈີນ, ດ້ວຍເລື່ອງບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຮ່ວມມືໃນພາກພື້ນ ແລະທົ່ວໂລກ. ກ່າວຄຳເຫັນທີ່ ການຖະແຫຼງຂ່າວປິດກອງປະຊຸມ. ທ່ານ ລີ໊ບ໋າວຕູງ ເລຂາທິການໃຫຍ່ BFA ໄດ້ເນັ້ນໜັກວ່າ ການສະໜັບສະໜູນ ໃຫ້ແກ່ລັດທິຫຼາຍຝ່າຍ ແລະ ໂລກາພິວັດຢ່າງແຮງນັ້ນ ແມ່ນ ໝາກຜົນສຳຄັນທີ່ສຸດ ແລະ ກໍ່ແມ່ນສານເປັນໜ້າປຸກລະດົມສົ່ງເສີມທີ່ສຸດຈາກເວທີປາໄສໃນປີ 2019 ນີ້.

        ກອງປະຊຸມ BFA ປີນີ້ໄດ້ດຳເນີນໄປໃນລະຫວ່າງວັນທີ 26 – 29 ມີນາ ຢູ່ປົວອາວ, ແຂວງ ໄຮ່ໜານ ຂອງຈີນ, ດ້ວຍຫົວຂໍ້ວ່າ “ຮ່ວມຊາຕາກໍາ, ພ້ອມກັນກະທໍາ ແລະ ພ້ອມກັນການພັດທະນາ” BFA 2019 ໄດ້ຈັດຕັ້ງ ກ່ວາ 50 ເວທີປາໄສ ແລະ ກອງປະຊຸມໂຕະມົນ, ໂດຍສຸມໃສ່ໃນ 5 ເນື້ອໃນຕົ້ນຕໍ, ລວມມີ: ພື້ນຖານເສດຖະກິດໂລກເປີດ; ລັດທິຫຼາຍຝ່າຍ, ການຮ່ວມມືໃນພາກພື້ນ ແລະ ການບໍລິຫານທົ່ວໂລກ; ກຳລັງໝູນໃນການປະດິດຄິດສ້າງ, ການພັດທະນາຄຸນນະພາບສູງ ແລະ ບັນດາຈຸດຮ້ອນເຮັ່ງ. ມີ ຜູ້ແທນກ່ວາ 2000 ຄົນ, ລວມມີ ບັນດາເຈົ້າໜ້າທີ່ລັດຖະບານ, ວິສາຫະກິດ ແລະ ນັກຊ່ຽວຊານ, ນັກຮຽນຮູ້ມາຈາກ 60 ກ່ວາປະເທດ ແລະ ເຂດແຄ້ວນໃນທົ່ວໂລກໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ