ປີທີ່ 8 ຢ່າງລຽນຕິດ ຫວຽດນາມ ຢືນອັນດັບທີ 1 ຢູ່ໃນໂລກກ່ຽວກັບການ ສົ່ງອອກໝາກມ່ວງຫິມະພານ
(ພາບປະກອບ)
(vovworld) - ປີ 2013, ບັນດາບໍລິສັດຂະແໜງໝາກມ່ວງຫິມະພານ ໄດ້ສົ່ງອອກ 264.000 ໂຕນ, ດ້ວຍວົງເງິນສົ່ງອອກບັນລຸ 1,66 ຕື້ USD. ຕະຫຼາດອາເມລິກາ, ຈີນ ແລະ ໂຮນລັງ ຍັງແມ່ນບັນດາຕະຫຼາດທີ່ສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ. ຕາມທ່ານ ຫງວຽນດຶກແທງ, ປະທານສະຫະສະມາຄົມໝາກມ່ວງຫິມະພານຫວຽດນາມ ແລ້ວ, ນີ້ແມ່ນປີທີ 8 ຢ່າງລຽນຕິດ ຂະແໜງໝາກມ່ວງຫິມະພານຫວຽດນາມ ລື່ນກາຍອີນເດຍ ເພື່ອຮັກສາອັນດັບທີ່ໜຶ່ງໃນໂລກ ກ່ຽວກັບການສົ່ງອອກໝາກມ່ວງຫິມະພານ. ໝາກຜົນການສົ່ງອອກໝາກມ່ວງຫິມະພານໃນປີ 2013 ໄດ້ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາວິສາຫະກິດປຸ້ງແຕ່ງ, ສົ່ງອອກໝາກມ່ວງຫິມະພານ, ໃນສະພາບທີ່ພຸ້ນຖານເສດຖະກິດຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ກຳລັງຊື້ຂອງຕະຫຼາດໂລກຖືກຫຼຸດລົງ. ທ່ານ ຫງວຽນດຶກແທງ ໃຫ້ຮູ້ວ່າ.
“ປີ 2014, ພວກຂ້າພະເຈົ້າໄດ້ກຳນົດວ່າ ຂະແໜງໝາກມ່ວງຫິມະພານສົ່ງເສີມບັນດາໂຮງງານຜະລິດລົງເລີກການປັບປຸງແຕ່ງ, ເພື່ອຍູ້ແຮງມູນຄ່າສົ່ງອອກຂຶ້ນເຖິງ 2 ລ້ານ USD ແລະ ປະລິມານສົ່ງອອກຍັງຮັກສາຢູ່ລະດັບຄືປີ 2013, ໝາຍຄວາມວ່າການສົ່ງອອກແມ່ນຕົ້ນຕໍ່. ສ່ວນການນຳເຂົ້າວັດຖຸດິບ, ປີ 2014, ບັນດາປະເທດ ອາຟະລິກາຕາເວັນຕົກ ຈະສະຫງວນໝາກມ່ວງຫິມະພານດິບຂາຍໃຫ້ຫວຽດນາມ, ເພື່ອໃຫ້ບັນດາໂຮງງານຜະລິດມີວັດຖຸດີບຢ່າງພຽງພໍ”.