(vovworld) - ຕອນຄໍ່າວັນທີ 15/12, ຢູ່ແຂວງ ເທື່ອທຽນເຫ໋ວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ໋ວ ຈັດພິທີອັດປີທ່ອງທ່ຽວແຫ່ງຊາດເຂດແຄມທະເລທາງທິດເໜືອພາກກາງ ເຫ໋ວ 2012. ປີທ່ອງທ່ຽວແຫ່ງຊາດເຂດແຄມທະເລທາງທິດເໜືອພາກກາງ ເຫ໋ວ 2012 ມີຫົວຂໍ້ວ່າ “ທ່ອງທ່ຽວມໍລະດົກ” ເຊິ່ງດຳເນີນໄປຢູ່ແຂວງ ເທື່ອທຽນເຫ໋ວ ແລະ ບັນດາທ້ອງຖິ່ນທາງທິດເໜືອພາກກາງ ໃນປີ 2012 ດ້ວຍ 30 ລາຍການ, ການເຄື່ອນໄຫວລະດັບຊາດ ແລະ ສາກົນ. ບັນດາລາຍການທີ່ດີເດັ່ນ: ນັກທຸລະກິດຫວຽດນາມ ກັບວັດທະນະທຳ, ມໍລະດົກແຫ່ງຊາດຄັ້ງທີ່ 1; ງານບູນໂຄມໄຟເຫ໋ວ; Festival ເຫ໋ວປີ 2012… ກ່າວຄຳເຫັນທີ່ພິທີ່ອັດ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕ໋ວນແອງ ຢືນຢັນວ່າ: ປີທ່ອງທ່ຽວແຫ່ງຊາດ 2012 ໄດ້ກາຍເປັນຈຸດພົ້ນເດັ່ນໃນການເຄື່ອນໄຫວການທ່ອງທ່ຽວຂອງທົ່ວປະເທດ, ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນຜົນງານຂອງຂະແໜງທ່ອງທ່ຽວຫວຽດນາມ ປີ 2012, ທ່ານ ຮ່ວາງຕ໋ວນແອງ ກ່າວວ່າ.
“ຂ້າພະເຈົ້າສະເໜີໃຫ້ແຂວງ ເທື່ອທຽນເຫ໋ວ ແລະ ບັນດາແຂວງທາງທິດເໜືອພາກກາງ ຕ້ອງຍູ້ແຮງການຮ່ວມມື, ສ້າງແຫຼ່ງກຳລັງແຮງສັງລວມ, ເສີມຂະຫຍາຍທ່າແຮງ ປຽບທຽບ, ບົດຮຽນຂອງແຕ່ລະທ້ອງຖີ່ນ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ມີທ່າແກ່ງແຍ້ງສູງ. ຍາດແຍງການໜູນຊ່ວຍຂອງບັນດາກະຊວງ, ຂະແໜງການສູນກາງ, ສ້າງເຄື່ອງໝາຍການຄ້າທ່ອງທ່ຽວແຕ່ລະກ້າວ, ນຳເຫ໋ວ ແລະ ບັນດາທ້ອງຖິ່ນທາງພາກກາງ ໃຫ້ກາຍເປັນສູນທ່ອງທ່ຽວຂອງທົ່ວປະເທດ”.