ປີທອ່ງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - Hai Phong 2013

ປີທອ່ງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - Hai Phong 2013 - ảnh 1
ການ​ປະຊຸມ​ຂ່າວ​ແນະນຳ​ເຫດການ​ ປີ​ທອ່ງທ່ຽວ​ແຫ່ງ​ຊາດ​ເຂດ
ພາບ:internet


(vovworld) - ວັນ​ທີ  02/11 ຢູ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ຄະນະ​ກຳມະການ​ປະຊາຊົນ ນະຄອນ Hai Phong ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ເຫດການ​ ປີ​ທອ່ງທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - Hai Phong 2013  ພາຍ​ໃຕ້​ຫົວ​ຂໍ້​ວ່າ: ອະລິຍະ​ທຳ​ແມ່​ນ້ຳ​ແດງ”. ຫົວ​ຂໍ້​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​​ຊາດເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - Hai Phong ​ຈຸດປະສົງ​ແມ່ນ​ສ້າງ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ກໍ່ສ້າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ ​ແລະ ທຳ​ມະ​ຊາດ​ຂອງ​ນະຄອນ Hai Phong ​ແລະ ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ. ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​ປີ​ທອ່ງທ່ຽວ​ແຫ່ງ​ຊາດ 2013, ທ່ານ Le Khac Nam ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ Hai Phong, ຮອງ​ຫົວຫນ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ໃຫ້​ຮູ້​ວ່າ:

        “ນະຄອນ Hai Phong ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2013, ການ​ນຳ​ນະຄອນ Hai Phong ​ໄດ້​​ເຮັດ​ວຽກ​ກັບ​ບັນດາ​ແຂວງ, ນະຄອນ ​ໃນ​​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ. ຜ່ານ​ການ​ເຮັດ​ວຽກ​ນັ້ນ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ລະ​ຫວ່າງ​ບັນດາ​ແຂວງ, ນະຄອນ ກັບ Hai Phong ສຸມ​ໃສ່​ລົງທຶນ, ສຸມ​ແຫ​ລ່ງລາຍ​ຈ່າຍ​ເພື່ອ​ຍົກ​ລະດັບ​ບັນດາ​ລາຍການ, ​ເຫດການ.”

 

ຂ່າວ/ບົດ​ອື່ນ