ປັນ​ຍາຊົນ​ໜຸ່ມ ອາ​ຊຽນ ແລະ ຍີ່​ປຸ່ນ ຍົກ​ອອກ 13 ຂໍ້​ສະ​ເໜີ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ມົນ​ລະ​ພິດ​​ສິ່ງ​ແວດ​ລ້ອມ​ ຢູ່​ມະ​ຫາ​ສະ​ມຸດຈາກຂີ້​ເຫຍື້ອ​ປ​ຼາດ​ຕິກ

(VOVWORLD) -ການສ້າງ “ຖະແຫຼງການຮ່ວມຂອງບັນດາການນໃນຳອະນາຄົດກ່ຽວກັບການຮ່ວມມື ອາຊຽນ - ຍີ່ປຸ່ນຕໍ່ບັນຫາຂີ້ເຫຍື້ອຢ່າງປຼາດຕິກມະຫາສະມຸດ” ແມ່ນໂຄງການໄດ້ຮັບການໜູນຊ່ວຍຈາກ AJC ເພື່ອແນໃສ່ຊຸກຍູ້ການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນໃນການແກ້ໄຂຂີ້ເຫຍື້ອປຼາດຕິກຢູ່ມະຫາສະມຸດ. ເຂົ້າຮ່ວມໂຄງການນີ້ມີນັກສຶກສາ 22 ຄົນ ຂອງຍີ່ປຸ່ນ ແລະ 10 ປະເທດສະມາຊິກ ອາຊຽນ.
ປັນ​ຍາຊົນ​ໜຸ່ມ ອາ​ຊຽນ ແລະ ຍີ່​ປຸ່ນ ຍົກ​ອອກ 13 ຂໍ້​ສະ​ເໜີ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ມົນ​ລະ​ພິດ​​ສິ່ງ​ແວດ​ລ້ອມ​ ຢູ່​ມະ​ຫາ​ສະ​ມຸດຈາກຂີ້​ເຫຍື້ອ​ປ​ຼາດ​ຕິກ - ảnh 1 ມະຫາສະມຸດພວມປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງໃນນັ້ນມີບັນຫາຂີ້ເຫຍື້ອປຼາດຕິກ
(ພາບ: AFP/TTXVN)

        ວັນທີ 16 ມີນາ, ໃນຖະແຫຼງການຮ່ວມຂອງບັນດາການນຳໃນອະນາຄົດກ່ຽວກັບການຮ່ວມມື ອາຊຽນ - ຍີ່ປຸ່ນໃນບັນຫາຂີ້ເຫຍື້ອປຼາດຕິກຢູ່ມະຫາສະມຸດ”, ບັນດາປັນຍາຊົນໜຸ່ມ ອາຊຽນ ແລະ ຍີ່ປຸ່ນ ໄດ້ຍົກອອກມາ 13 ຂໍ້ສະເໜີໃຫ້ແກ່ບັນດາຝ່າຍທີ່ກ່ຽວຂ້ອງ, ລວມມີພາກລັດ, ເອກະຊົນ, ວົງການນັກຮຽນຮູ້ ແລະ ປະຊາຊົນ, ເພື່ອແກ້ໄຂບັນຫານີ້. ໃນນັ້ນ, ບັນດາຂໍ້ສະເໜີທີ່ເປັນໜ້າສົນໃຈລວມມີ: ຍູ້ແຮງການເຄື່ອນໄຫວຄົ້ນຄ້ວາ ແລະ ພັດທະນາ (R&D) ໃນຂົງເຂດວັດສະດຸ ແລະ ຜະລິດຕະພັນຈາກປຼາດຕິກ ທີ່ສາມາດເປື່ອຍລະລາຍທາງຊີວະວິທະຍາ, ຊຸກຍູ້ການຮ່ວມມືຄົ້ນຄ້ວາ ແລະ ຖ່າຍທອດຄວາມຮູ້ກ່ຽວກັບຂີ້ເຫຍື້ອປຼາດຕິກຢູ່ມະຫາສະມຸດ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ, ເພີ່ມທະວີການປ່ຽນແປງໃໝ່ເຕັກໂນໂລຢີ, ສົ່ງເສີມການເຂົ້າຮ່ວມຂອງບັນດາອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ, ສຶກສາ ແລະ ຍົກສູງສະຕິຄວາມຮັບຮູ້ຢູ່ບັນດາປະເທດ ສະມາຊິກອາຊຽນ ແລະ ຍີ່ປຸ່ນ…

        ການສ້າງ “ຖະແຫຼງການຮ່ວມຂອງບັນດາການນໃນຳອະນາຄົດກ່ຽວກັບການຮ່ວມມື ອາຊຽນ - ຍີ່ປຸ່ນຕໍ່ບັນຫາຂີ້ເຫຍື້ອຢ່າງປຼາດຕິກມະຫາສະມຸດ” ແມ່ນໂຄງການໄດ້ຮັບການໜູນຊ່ວຍຈາກ AJC ເພື່ອແນໃສ່ຊຸກຍູ້ການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນໃນການແກ້ໄຂຂີ້ເຫຍື້ອປຼາດຕິກຢູ່ມະຫາສະມຸດ. ເຂົ້າຮ່ວມໂຄງການນີ້ມີນັກສຶກສາ 22 ຄົນ ຂອງຍີ່ປຸ່ນ ແລະ 10 ປະເທດສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ