ປຶ້ມ “ເຈື່ອງຊາ - ບ່ອນທີ່ເຮົາໄປ”:ສານກ່ຽວກັບຄວາມຮັກຕໍ່ປະເທດຊາດ

(VOVWORLD) - ໄປຄຽງຄູ່ກັນນັ້ນ ແມ່ນການດຳລົງຊີວິດແບບຮ້າຍແຮງຂອງບັນດາທະຫານເຮືອ, ແມ່ນຄວາມຮັກຕໍ່ເຂດດິນຕໍ່ແຜ່ນ ແລະ ຄວາມຄິດຮອດຄິດເຖິງບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ.

ປື້ມ “ເຈື່ອງຊາ - ບ່ອນທີ່ເຮົາໄປ” ຂອງນັກຂ່າວ ຫງວຽນໝີ້ຈ່າ ( ວິທະຍຸກະຈາຍສຽງ ຫວຽດນາມ) ແມ່ນປຶ້ມພາບສີສວຍງາມ, ໃນນັ້ນໄດ້ສົ່ງສານກ່ຽວກັບຄວາມຮັກຕໍ່ປະເທດຊາດ. ປຶ້ມຫົວນີ້ໄດ້ຮວບຮ່ວມຮູບຖ່າຍສີລະປະປະມານ 150 ແຜ່ນ, ສະແດງຄວາມງາມແບບບໍລິສຸດ, ໃຫຍ່ໂຕມະໂຫຖານຂອງ ເຈື່ອງຊາ ຜ່ານໄລຍະຕ່າງໆ… ໄປຄຽງຄູ່ກັນນັ້ນ ແມ່ນການດຳລົງຊີວິດແບບຮ້າຍແຮງຂອງບັນດາທະຫານເຮືອ, ແມ່ນຄວາມຮັກຕໍ່ເຂດດິນຕໍ່ແຜ່ນ ແລະ ຄວາມຄິດຮອດຄິດເຖິງບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ. ປື້ມ “ເຈື່ອງຊາ - ບ່ອນທີ່ເຮົາໄປ” ເຮັດໃຫ້ບໍ່ວ່າຜູ້ໃດເຄີຍໄປຢ້ຽມຢາມ ເຈື່ອງຊາ ຫຼື ຮູ້ຈັກເຖິງເຈື່ອງຊາຜ່ານບັນດາເລື່ອງລາວ ລ້ວນແຕ່ຮູ້ສຶກຕຶ້ນຕັນໃຈ. ຄວາມຮັກຕໍ່ບ້ານເກີດເມືອງນອນ, ຄວາມຮັກຕໍ່ທະເລໝູ່ເກາະ ໄດ້ສະແດງອອກຜ່ານບັນດາຮູບຖ່າຍທີ່ລຽບງ່າຍ, ທັງຕື້ນຕັນໃຈ, ທັງປະທັບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ