ປະກົດມີvideoກ່ຽວກັບພົນລະເມືອງອີຕາລີ2ຄົນຖືກລອບຈັບຕົວຢູ່ຊີຣີ

ປະກົດມີvideoກ່ຽວກັບພົນລະເມືອງອີຕາລີ2ຄົນຖືກລອບຈັບຕົວຢູ່ຊີຣີ - ảnh 1
ພົນ​ລະ​ເມືອງ ອີ​ຕາ​ລີ 2 ຄົນ ແມ່ນ Greta Ramelli ແລະ Vanessa Marzullo
 (ພາບ Youtube)

(vovworld) – ຕອນ​ຄຳ່​ວັນ​ທີ 31/12, ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໄດ້​ປະກົດ​ມີ ​video ຕອນ​ໜຶ່ງ, ​ໃນ​ນັ້ນ​ມີ​ຮູບ​ຜູ້ຍິງ 2 ຄົນ​ທີ່​ອ້າງ​ຕົວ​ວ່າ​ແມ່ນ​ພາລະ​ກອນ​ກູ້​ຊ່ວຍ​ມະນຸດສະທຳ​ຊາວ​ອີ​ຕາ​ລີ, ​ເຊິ່ງຖືກ​ຈັບ​ຕົວ​ຢູ່​ຊີຣີ ​ແລະ ຮຽກຮ້ອງ​ລັດຖະບານ​ຊອກ​ຫາ​ວິທີ​ກູ້​ເອົາ​ຊີວິດ. ຜູ້ຍິງ​ທັງ 2 ມີ​ອາຍຸ​ປະມານ 20 ປີ, ຫົວພັນ​ຜ້າ​ສີດຳ, ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ບັນດາ​ມື​ປືນ​ຢູ່​ແຂວງ Aleppo, ທາງ​ພາກ​​ເໜືອ​ຊີຣີ ​ໄດ້​ລອບ​ຈັບ​ຕົວ​ເຂົາ​ເຈົ້າ​ເມື່ອ​ເດືອນ 8/2014.  ຜູ້​ຖືກ​ເຄາະ​ຮ້າຍ​ທັງ​ສອງ​ໄດ້​ຮຽກຮ້ອງ​ລັດຖະບານ​ກູ້​ເອົາ​ຊີວິດ​​​​ໃຫ້ເຂົາ​ເຈົ້າໂດຍ​ໄວ​ເພື່ອ​ໄດ້​ກັບ​​ເມືອ​ຄອບຄົວ.
ຂ່າວ/ບົດ​ອື່ນ