(vovworld) – ຕອນເຊົ້າວັນທີ 11/5, ບັນດາສະຖານທີ່ປ່ອນບັດເລືອກຕັ້ງໃນທົ່ວປະເທດ ປາກິດສະຖານ ໄດ້ເປີດປະຕູເພື່ອຕ້ອນຮັບຜູ້ມີສິດເລືອກຕັ້ງນັບລ້ານຄົນມາປ່ອນບັດໃນການເລືອກຕັ້ງທົ່ວປະເທດທີ່ເປັນຂີດໝາຍໃນການມອບໂອນປະຊາທິປະໄຕທີ່ມີລັກສະນະປະຫວັດສາດຢູ່ປະເທດ ອາຊີ ໃຕ້ນີ້. ຕາມບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ມີສິດເລືອກຕັ້ງປະກິດສະຖານ ກ່ວາ 86 ລ້ານຄົນມີມາດຖານຢ່າງພຽງພໍເພື່ອເຂົ້າຮ່ວມການປ່ອນບັດເລືອກຕັ້ງສະພາຕຳ່ ແລະ ບັນດາສະພານິຕິບັນຍັດຢູ່ 4 ແຂວງ. ຜູ້ມີສິດເລືອກຕັ້ງຈະເລືອກຕັ້ງສະມາຊິກສະພາຕຳ່ 272 ທ່ານໃນຈຳນວນ 342 ທ່ານ, ທີ່ນັ່ງຍັງເຫຼືອແມ່ນສະຫງວນໃຫ້ຜູ້ບໍ່ຖືສາສະໜາອິດສະລາມ (10 ທີ່ນັ່ງ) ແລະ ແມ່ຍິງ (60 ທີ່ນັ່ງ). ພາຍຫຼັງມີໝາກຜົນການປ່ອນບັດ, ບັນດາສະມາຊິກສະພາແຫ່ງຊາດຈະໂຮມປະຊຸມເພື່ອເລືອກຕັ້ງນາຍົກລັດຖະມົນຕີ ແລະ ເຈົ້າແຂວງ 4 ທ່ານ.