ປະກິດສະຖານຮຽກຕົວທ່ານເອກອັກຄະລັດຖະທູດ ປະຈຳ ອີຣານ ກັບເມືອປະເທດ

(VOVWORLD) - ກຳລັງ ອີຣານ ປະຕິບັດການບຸກໂຈມຕີນີ້ໃນວັນທີ 16 ມັງກອນ, ພາຍຫຼັງການບຸກໂຈມຕີຄັ້ງຕ່າງໆຢູ່ ອີຣານ ແລະ ຊີຣີ ເພື່ອຕ້ານຄືນບັນດາອົງການເຊິ່ງ ເຕເຮຣານ ນຳເຂົ້າບັນຊີລາຍຊື່ກໍ່ການຮ້າຍ.
ປະກິດສະຖານຮຽກຕົວທ່ານເອກອັກຄະລັດຖະທູດ ປະຈຳ ອີຣານ ກັບເມືອປະເທດ - ảnh 1ເຫດຍິງລູກສອນໄຟໃນການຊ້ອມຮົບຂອງ ອີຣານ
(ພາບປະກອບຈາກ: AFP/TTXVN)

ວັນທີ 17 ມັງກອນ, ປາກິດສະຖານ ໄດ້ຮຽກຕົວທ່ານເອກອັກຄັດລັດຖະທູດຂອງປະເທດ ນີ້ ປະຈຳ ອີີຣານ ກັບຄືນປະເທດ ແລະ ບໍ່ອະນຸຍາດໃຫ້ຄະນະທູຕານຸທູດ ເຕເຮຣານ ກັບຄືນມາ Islamabad ເພື່ອສະແດງການຄັດຄ້ານຕໍ່ເລື່ອງ ອີຣານ ປະຕິບັດການບຸກໂຈມຕີທາງອາກາດ ແນໃສ່ເຂດທາງທິດຕາເວັນຕົກຂອງປະເທດນີ້. ກ່ອນໜ້ານັ້ນ, ສຳນັກຂ່າວສານ Mehrnews ຂອງປະເທດ ອີຣານ ໄດ້ໃຫ້ຂ່າວວ່າ: ປະເທດນີ້ໄດ້ປະຕິບັດການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ ແນໃສ່ຖານທີ່ໝັ້ນຂອງອົງການ Jaish al – Adl ຂອງປະເທດ ປາກິດສະຖານ, ໃນການກະທຳທີ່ ເຕເຮຣານ ຖືວ່າ ເພື່ອໂຕ້ຕອບການກະທຳທີ່ກໍ່ຜົນເສຍຫາຍເຖິງຄວາມໝັ້ນຄົງແຫ່ງຊາດ. ກຳລັງ ອີຣານ ປະຕິບັດການບຸກໂຈມຕີນີ້ໃນວັນທີ 16 ມັງກອນ, ພາຍຫຼັງການບຸກໂຈມຕີຄັ້ງຕ່າງໆຢູ່ ອີຣານ ແລະ ຊີຣີ ເພື່ອຕ້ານຄືນບັນດາອົງການເຊິ່ງ ເຕເຮຣານ ນຳເຂົ້າບັນຊີລາຍຊື່ກໍ່ການຮ້າຍ. ປາກິດສະຖານ ໄດ້ຄັດຄ້ານການບຸກໂຈມຕີຢູ່ໃກ້ເຂດຊາຍແດນລວມຂອງສອງປະເທດ, ຖືນີ້ແມ່ນການກະທຳລະເມີດກົດໝາຍສາກົນ.

        ແລະກໍ່ໃນວັນດຽວກັນ, ອີຣານ ກ່າວເຕືອນອາດຈະໂຈະຂໍ້ຕົກລົງດ້ານຄວາມໝັ້ນຄົງລະຫວ່າງປະເທດນີ້ ແລະ ອີຣານ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ Thabet al – Abbasi ຖືວ່າ: ການບຸກໂຈມຕີ ຂອງອີຣານ ເຂົ້າໃສ່ Erbil, ເຊິ່ງເປັນເຂດປົກຄອງດ້ວຍຕົນເອງຂອງຊາວ Kurd ຢູ່ ອີຣານ, ແມ່ນລະເມີດຂໍ້ຕົກລົງດ້ານຄວາມໝັ້ນຄົງຂອງສອງປະເທດ ແລະ ຂໍ້ຕົກລົງນີ້ອາດຈະຖືກໂຈະໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ