ປະກອບຄວາມເຫັນກ່ຽວກັບການປະກາດກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງເຄືອຂ່າຍອີນເຕີແນັດ

ປະກອບຄວາມເຫັນກ່ຽວກັບການປະກາດກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງເຄືອຂ່າຍອີນເຕີແນັດ - ảnh 1
(ພາບປະກອບ)

(vovworld) – ຮ່າງ​ປະມວນກົດໝາຍ​ຄວາມ​ປອດ​ໄພດ້ານສື່ສານ​ທາງ​ເຄືອ​ຂ່າ​ຍອີນ​ເຕີ​ແນັດ​ ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ປຶກສາ​ຫາລື, ຢູ່​ຮ່າ​ໂນ​​້ຍ, ​ໃນ​ຕອນ​​ເຊົ້າ​ວັນ​ທີ 29/10. ຮ່າງ​ກົດໝາຍກຳນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຮັບປະກັນ​ປອດ​ໄພ​ດ້ານສ່ືສານທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ, ລວມມີການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສື່ສານທາງ​ເຄືອ​ຂ່າຍອີນ​ເຕີ​ແນັດ; ກົດ​ລັບ​ພົນ​ລະ​ເມືອງ, ມາດຕະຖານ, ​ມາດຖານດ້ານ​ເຕັກນິກ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສ່ືສານ; ​ດຳ​ເນີນເນີນ​ທຸລະ​ກິດ​ໃນ​ຂົງ​ເຂດຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສື່ສານ; ພັດທະນາ​ແຫຼ່ງຊັບພະຍາກ​ອນມະນຸດຮັບ​ປະກັນ​ຄວາມ​ປອດ​ໄສ​ດ້ານສ່ືສານ; ການ​ຄຸ້ມ​ຄອງ​​ລັດ​ກ່ຽວກັບການ​ຮັບປະກັນຄວາມປອດ​ໄພ​ດ້ານສ່ືສານ; ສິດ ​ແລະ ພັນທະ​ຂອງ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານສ່ືສານ.

      ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ, ​ເລື່ອງ​ປະກາດ​ໃຊ້ກົດໝາຍ​ດັ່ງກ່າວ ຈະ​ປະ​ກອບ​ສ່ວນປັບປຸງພື້ນຖານ​ດ້ານ​ນິຕິ​ກຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສ່ືສານ, ສ້າງ​ເງື່ອນ​ໄຂ​ພັດທະນາ​ສະຖຽນ​ລະ​ພາບ, ສະ​ເໝີ​ພາບ​ໃຫ້​ບັນດາ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ ພວມ​ເຄື່ອນ​ໄຫວ​ຜະລິດ, ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ​ບົດ​ບາດ, ໜ້າ​ທ່ີ​​ຂອງ​ບັນດາ​ອົງກາ​ນຄຸ້ມ​ຄອງ​ລັດ ​ໃນ​ຂົ​ງ​ເຂດ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານສ່ືສານ. ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຮັບປະກັນ​ຄວາມປອດ​ໄພ​ດ້ານສ່ືສານ, ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ ​ໄດ້​ເຫັນ​ດີ​ຕໍ່ ແຜນ​ນະ​​ໂຍບາຍຕ້ອງ​ສຸມ​ແຫຼ່ງກຳລັງ ​ເພື່ອ​ກໍ່​ສ້າງ​ບັນດາ​ນັກ​ຊ່ຽວຊານ, ວິສະ​ວະ​ກອນ, ນັກ​ເຕັກນິກ​ເກັ່ງ​ກ່ຽວ​ກັບ​ຮັບປະກັນຄວາມ​ປອດ​ໄພ​ດ້ານ​ສ່ືສານທາງ​ເຄືອ​ຂ່າຍ​ອີນ​ເຕີ​​ແນັດ.

ຂ່າວ/ບົດ​ອື່ນ