ປະກອບຄວາມເຫັນກ່ຽວກັບວຽກງານ ຕ້ານສໍ້ລາດບັງຫຼວງປີ 2012

ປະກອບຄວາມເຫັນກ່ຽວກັບວຽກງານ ຕ້ານສໍ້ລາດບັງຫຼວງປີ 2012 - ảnh 1
(ພາບປະກອບ google.com.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 8/9, ​ໃນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6, ກຳມາ​ທິການ​ຍຸ​ຕິ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ກວດກາ ​ແລະ ປະກອບ​ຄວາມ​ເຫັນ​ໃຫ້​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ປີ 2012. ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ປີ 2012​ແລ້ວ, ​ເຖິງ​ວ່າ​ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງໜ້າ​ຈຳນວນ​ໜຶ່ງ​ກໍ່ຕາມ, ​ແຕ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ໄດ້​ວາງ​ອອກ. ສໍ້​ລາດ​ບັງ​ຫຼວງ​ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ຂົງ​ເຂດ, ຫຼາຍ​ຂັ້ນ, ຫຼາຍ​ຂະ​ແໜງ​ຢູ່. ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ຕ່າງໆ​ໃນ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ທ່ານ Nguyen Duc Chung ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ນະຄອນ ຮ່າ​ໂນ້ຍສະ​ເໜີ​ຕໍ່​ລັດຖະບານ​ວ່າ:

          ”ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ກວດກາ​ຂອງ​ອົງການ​ກວດກາ​ລັດຖະບານ​ກໍ່​ຄື​ຂອງ​ອົງການກວດກາ​ຂະ​ແໜງ, ອົງການກວດກາ​ຂອງຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ​ຕະຫຼອດ​ຮອດທຸກ​ຂັ້ນ​ແລ້ວ, ​ອາດ​ເວົ້າ​ໄດ້​ວ່າແຕ່ລະ​ປີຈຳ​ນວນ​ກໍລະນີ​ກວດກາ​ແມ່ນ​ຫຼາຍ​ທີ່​ສຸດ, ດັ່ງ​ນັ້ນຄວນ​ມີ​ກົນ​ໄກຕິດຕາມກວດກາ​ໝາກຜົນ​ຂອງ​ການ​ກວດກາກໍລະນີ​ຕ່າງໆ​ຂອງ​ອົງການ​ກວດກາ​ຂະ​ແໜງ ກໍ່​ຄືກ​ວດກາ​ຂອງ​ຄະນະ​ກຳມະການ​ປະ​ຊົນ​ແຂວງ ຫຼື​ຂອງ​ກະຊວງ, ຂະ​ແໜງ​ການ, ອົງການ… ທີ່​ສອງ​ແມ່ນ​ຕ້ອງ​ມີ​ກົນ​ໄກ​ມອບ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ອົງການ​ກວດກາ, ກວດ​ສອບ​ບັນຊີ ກ່ຽວ​ກັບ​ຂໍ້​ສະຫຼຸບ​ການ​ກວດກາ ​ແລະ ກົນ​ໄກ​ຕິດຕາມ​ກວດກາ​ການ​ແກ້​ໄຂ​ການ​ປະຕິບັດ​ບັນດາ​ຂໍ້​ສະຫຼຸບ​ພາຍຫຼັງ​ການ​ກວດກາ”.

        ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ສະ​ໄໝ​ປະຊຸມ​ທ້າຍ​ປີ.

 

ຂ່າວ/ບົດ​ອື່ນ