ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) - ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແມ່ນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຊີວິດດ້ານ​ການ​ເມືອງ​ຢ່າງ​​ເລິກ​ເຊິ່ງກວ້າງຂວາງ, ພວມ​ໄດ​້ຮັບ​ຄວາມ​​ເອົາ​​ໃຈ​ໃສ່​ຢ່າງກວ້າງຂວາງຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ.

​ຕອນ​ເຊົ້າວັນ​ທີ 1/3 ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຈັດຕັ້ງກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນປະກອບໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ. ລັດຖະທຳມະນູນ ປີ 1992 ມີມາດຕາທີ 66 ​​ໄດ້ກຳນົດ​ລະອຽດ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ, ບໍ່​ມີ​ການ​ກຳນົດ​ກ່ຽວ​ກັບ​ບັນຫານີ້​ອີກ. ຕາມ​ຜູ້​ແທນ​ຈຳນວນ​ໜຶ່ງ​ແລ້ວ, ຕ້ອງ​ພິຈາລະ​ນາລະ​ອຽດ ​ເພື່ອ​ປະລະ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ຊາວ​ໜຸ່ມ​ໃນລັດຖະທຳມະນູນ. ​ເອື້ອຍ​ທ່າວທູ່​ຍລິງ (Thào Thùy Linh)-​ແຂວງ​ອຽນ​ບາຍ ​ປະກອບ​ຄຳ​ເຫັນ​ວ່າ:

   “​ຮ່າງລັດຖະທຳ​ມະນູນ​ສະບັບ​ປັບປຸງ ຕ້ອງ​ຮັກສາ ​ແລະ ປັບປຸງ, ​ເພີ່ມ​ເຕີມ​ມາດຕາ​ທີ 66 ຂອງ​ລັດຖະທຳ​ມະນູນ​ປີ 1992. ຍ້ອນ​ວ່າ, ນີ້​ແມ່ນ​ຂໍ້​ມາດຕາ​ເນັ້ນຫນັກ​ເຖິງ​ບົດບາດ​ຂອງ​ຊາວ​ໜຸ່​ມໃນ​ສັງຄົມ. ​ໃນບັນດາ​ເອກະສານ, ມະຕິ​ຂອງ​ພັກ ລ້ວນ​ແຕ່​ໄດ້​ລະບຸວ່າ ຊາວ​ໜຸ່ມ​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ສັງຄົມ, ສະ​ແດງ​ກຳລັງ​ແຮງ​ຂອງ​ຊາດ ​ໃນ​ກຳລັງ​ແຮງ​ຂອງ​ຊາດ​ ມີ​ກຳລັງ​ແຮງ​ຂອງ​ຊາວ​ໜຸ່ມ. ພາລະກິດ​ປ່ຽນ​ແປງ​ໃໝ່​ຈະ​ປະສົບ​ຜົນສຳ​ເລັດ​​ໄດ້ແມ່ນ​ຂຶ້ນ​ກັບ​ກຳລັງ​ຊາວ​ໜຸ່ມ​ເປັນ​ສ່ວນ​ຫຼາຍ“.
ກ່ອນໜ້ານັ້ນ, ຄືໃນວັນ​ທີ 28/02, ​ແຂວງ ວິ​ງລອງ ​ໄດ້​ຈັດການ​ຮັບ​ເອົາ​ຄວາມ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດາ​ຜູ້​ແທນລ້ວນ​ແຕ່​ສະ​ແດງ​ຄວາມ​ເຫັນ​ດີ​ສູງ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ດ້ວຍ​ບັນດາ​ເນື້ອ​ໃນ, ຈັດ​ແບ່ງ​ຢ່າງລະອຽດ, ມີ​ວິທະຍາສາດ, ຮັກສາ​ໄດ້​ທັດສະນະ​ດ້ານ​ການ​ເມືອງ ​ແລະ ສືບ​ຕໍ່​ເຮັດ​ແຈ້ງ​ຄຸດ​ນະ​ທາດ​ຂອງລັດ ສສ ຫວຽດນາມ. ມີ​ຄຳ​ເຫັນຂອງ​ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ສະ​ເໜີ​ວ່າ: ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຕ້ອງ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ຕໍ່​ເຂດ​ດິນ​ຕໍ່​ແຜ່ນ, ​ເຂດ​ນ່ານ​ຟ້າ, ໝູ່​ເກາະ ຢ່າງ​ຈະ​ແຈ້ງ, ​ໃນ​ນັ້ນ​ມີ​ໝູ່​ເກາ​ະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ​ແມ່ນ​ບໍ່ອາດ​ລວງ​ລ້າໄດ້.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​​ແຂ​ວງ ​ເທື່ອ​ທຽນ​ເຫ໋ວ ​ໄດ້​ຈັດ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ ​ເພື່ອ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ, ບັນດາ​ຄຳ​ເຫັນ​ສ່ວນ​ຫຼາຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເຫັນ​ດີ​ ​ແລະ ຕີ​ລາຄາ​ສູງ​ເນື້ອ​ໃນ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ກ່ຽວຂ້ອງ​ເຖິງ​ບັນຫາສຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ສະ​ເໜີ​ເພີ່ມ​ເນື້ອ​ໃນ “ລົງທຶນ​ໃຫ້​ແກ່​ການ​ສຶກສາ ​ແມ່ນ​ການ​ລົງທຶນ​ໃຫ້ການ​ແກ່​ພັດທະນາ”, ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ສັງຄົມ​ຮອດ​ປີ 2020. ກ່ຽວ​ກັບ​ບົດບາດ​ຕິດຕາມ​ກວດກາ ​ແລະ ຕີ​ລາຄາ​ສັງຄົມຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລະບຸ​ໃນໝວດ​ທີ 9, ບັນດາ​ຄຳ​ເຫັນ​ຖື​ວ່າ ນີ້​ແມ່ນ​ບາດ​ກ້າວ, ຕ້ອງ​ໄດ້​ກຳນົດ​ຢ່າງ​ລະອຽດ​ ​ແລະ ຈະ​ແຈ້ງ​ກວ່າ.

ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ, ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ເນື້ອ​ໃນ​ປັບປຸງ​ລັດຖະທຳ​ມະນູນ ຂອງ​ປະ​ຊາຊົນ​ທຸກ​ຊັ້ນ​ວັນນະ, ບັນດາ​ສາສະໜາ, ຊົນ​ເຜົ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ເສີມ​ຂະຫຍາຍ​ໄດ້​ສິດ​ເປັນ​ເຈົ້າ, ພູມ​ປັນຍາ, ຄວາມ​ສຸດ​ຈິດ​ສຸດ​ໃຂຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງລະອຽດ​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ໂດຍ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ປະກາດ, ພ້ອມ​ທັງ​ສະ​ແດງ​ລັກສະນະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ແມ່ນ​ເຫດການ​ໃຫຍ່​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ