ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ ຂອງນະຄອນ ດ່າໜັງ
(ພາບປະກອບ)

(vovworld) - ວັນ​ທີ 05/03, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳ​ມະ​ທິການ​ປັບປຸງ​ລັດຖະທຳ​ມະນູນ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ ຟານ​ຈຸ​ງລີ໋, ຫົວໜ້າ​​ກຳມາ​ທິການ​ກົດໝາຍ​ແຫ່ງ​ຊາດຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ ຮ່າ​ຕິ້ງ ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ​ຄຳ​ຄິດ​ຄຳ​​ເຫັນຈາກ​ປະຊາຊົນ​ເຂົ້າ​ຮ່ວມການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ຄະນະ​ຕິດ​ຕາມ​ກວດກາ​ໄດ້​ຕີ​ລາຄາ​ສູງ​ແຂວງ ຮ່າ​ຕິ້ງ ຜັນຂະຫຍາຍ​ການ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ນັກ​ປັນຍາ​ຊົນ​ທຸກ​ຊັ້ນ, ນັກວິທະຍາສາດ ​ໃນ​​ເລື່ອງ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ຄະນະ​ຕິດຕາມ​ກວດກາ ​ໄດ້​ສະ​ເໜີ​ໃຫ້​ແຂວງ ຮ່າ​ຕິ້ງ ​ໂຄສະນາ​ຢ່າງ​ເລີກ​ເຊິ່ງກວ້າງຂວາງ ​ແລະ ຮົບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ເຂດ​ທຸກ​ຍາກ, ​ເຂດ​ຫ່າງ​ໄກ​ສອກ​ຫຼີກ ​ແລະ ຊາວ​ປະມົງ​ເຂດ​ທະ​ເລ ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

ການປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ໃຫຍ່ ທີ່ພວມ​ດຳ​ເນີນ​ໄປ​ໃນ​ທ່ົວ​ປະ​ເທດ ​ແລະ ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຫາງ​ສຽງ​ສັງຄົມ. ວັນ​ທີ 5/3, ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ໄດ້​ລວບ​ລວມ​ຄຳ​ເຫັນ​ຂອງ​ບັນດາ​ພະນັກງານ, ນາຍ​ທະຫານ​​ກອງ​ບັນຊາ​ການ​ທະຫານ​​ເຂດ 4 - ກະຊວງ​ປ້ອງ​ກັນ​ປະ​ເທດ​ທີ່ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ລະບອບ​ການ​ເມືອງ, ສິດທິ​ມະ​ນຸດ, ​ເສ​ດຖະກິດ, ສັງຄົມ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ, ​ເຕັກ​​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ, ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກົງຈັກ​ລັດ, ຜົນ​ສັກສິດ​ຂອງລັດຖະທຳ​ມະນູນ ​ແລະ ຂັ້ນ​ຕອນປັບປຸງ​ລັດຖະທຳ​ມະນູນ.​.​. ພິ​ເສດ​ແມ່ນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ການ​ທະຫານ, ປ້ອງ​ກັນຊາ​ດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ໜັງສືພິມ ​ເຍີນ​ເຢີ​ນ (ສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ) ​ກໍ່ໄດ້​​ໃຫ້​ຂ່າວ​ຄະນະ​ກວດກາ​ສູນ​ກາງ​ລົງ​ກວດກາ​ການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນທີ່​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ ຢູ່​​ແຂວງ ຫາຍ​ເຢຶອງ ​ແລະ ນະຄອນ ຫາຍ​ຟ່ອງ. ໃນ​ກ່ວາ 2 ​ເດືອນ​ທີ່​ຜ່າ​ນມາ, ນະຄອນ ດ່າ​ໜັງ ​ໄດ້​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ພະນັກງານ, ປະຊາຊົນ​ ​ເປັນ​ຫຼາຍ​ຄັ້ງ, ດຶງ​ດູດ​ກ່ວາ 1.000 ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ດ້ວຍ​ເນື້ອ​ໃນ​ຕ່າງໆ​ຄື: ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ. ທ່ານ ຫວໍ​ຢູຍ​ເຄືອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ດ່າ​ໜັງ ​ໃຫ້​ຮູ້​ວ່າ:

“​ເພື່ອ​ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ, ພວກ​ຂ້າພະ​ເຈົ້າ ​ໄດ້​ຜັນ​ຂະຫຍາຍ​​ເປັນຫຼາຍ​ບາດກ້າວ. ບັນດາ​​ເມືອງ ລ້ວນ​ແຕ່​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນທຸກ​ຊັ້ນ​ວັນນະ​ແຕ່ 2 - 3 ຄັ້ງ. ບັນດາ​ຕາ​ແສງກໍ່​ໄດ້​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນຂອງ​ປະຊາຊົນ​ເຊັນ​ດຽວ​ກັນ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ ພວມ​ດຳ​ເນີນ​ຈັດ​​ກອງ​ປະຊຸມ​ສຳ​ມະ​ນາ​ຂັ້ນ​ນະຄອນ. ຮອດ​ວັນ​ທີ 20/3, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ບົດ​ລາຍ​ງານ​ລວບ​ລວມຄຳ​ເຫັນ​ທັງ​ໝົດຂອງ​ທຸກຂັ້ນ​​ແລ້ວ ສົ່ງ​​​ເຖິງກຳມາ​ທິການ​ປັບປຸງ​ລັດຖະທຳ​ມະນູນ​ຂອງ​ສະພາ​ແຫ່ງ​ຊາດ”

ດ້ວຍ​ຫົວ​ຂໍ້​ວ່າ “ປັບປຸງ​ລັດຖະທຳ​ມະນູນ​ຕ້ອງ​ຕິດ​ພັນ​ກັບ​ບົດບາດນຳ​ພາ​ຂອງ​ພັກ, ພ້ອມ​ທັງ​ຮັບປະກັນ​ລັກສະນະ​ເອກະລາດ, ປະຕິບັດ​ບັນດາ​ອຳນາດ​ນິຕີ​ບັນຍັດ, ອຳນາດບໍລິຫານ ​ແລະ ອຳນາດຕຸລາການ ຢ່າງ​ມີ​ປະສິດທິ​ຜົນ”, ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ​ໂດຍ​ນະຄອນ ​​ເກີນ​ເທີ ຈັດ​ຕັ້ງ​ໃນ​ວັນ​ດຽວ​ກັນ ​ໄດ້​ດຶງ​ດູດ​ຫຼາຍ​ຄຳ​ເຫັນ ​ແລະ ບົດ​ປະກອບຄວາມ​ເຫັນຫຼາຍ​ບົດ.  ບັນດາ​ຄຳ​ເຫັນ​ສຸມ​ໃສ່​ໄຈ້​ແຍກ, ປະກອບ​ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ, ສ້າງ​ລັດ​ແຫ່ງ​ອຳ​ນາດນິຕິ​ບັນຍັດ​ສັງ​ຄົມ​ນິຍົມ​ຂອງ ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ຍົງ​ເຂົ້າ​ກັບ​ສາກົນ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ແຂວງ ຮ່າ​ນາມ, ​ແຂວງ​ ດ້ຽນບຽນ ​ກໍ່ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາຄຳ​ເຫັນປະກອບ​​ຂອງ​ບັນດາ​ພະນັກງານ​ຫຼັກ​ແຫຼ່ງ ​ໃນ​ແຂວງໃສ່ບັນດາ​ເນື້ອ​ໃນກ່ຽວ​ກັບ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນ​ລະ​ເມືອງ, ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເສດຖະກິດ, ສັງຄົມ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ, ​ເຕັກ​​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ.​​.​. ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

 

ຂ່າວ/ບົດ​ອື່ນ