(vovworld) - ຕອນເຊົ້າວັນທີ 21/01, ຢູ່ຕາແສງ ຮ່າມ່ອນ, ເມືອງດັ໋ກຮ່າ, ແຂວງກອນຕູມ ໄດ້ຈັດພິທີ່ສະຫຼຸບ 2 ປີແຫ່ງການປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ທີ່ກອງປະຊຸມຄັ້ງນີ້, ຄະນະຊີ້ນຳແຂວງ ກອນຕູມ ໄດ້ປະກາດຂໍ້ຕົກລົງຮັບຮອງຕາແສງຮ່າມ່ອນ ບັນລຸມາດຖານຊົນນະບົດໃໝ່ປີ 2012 ເປັນທາງການ, ຕາມມາດຖານແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ເຫດການນີ້ ໄດ້ເປັນຂີດໝາຍວ່າ ເຂດໄຕຫງວຽນ ໄດ້ມີຕາແສງທຳອິດໄດ້ຮັບການຮັບຮອງວ່າແມ່ນຕາແສງຊົນນະບົດໃໝ່. ຕາແສງຮ່າມ່ອນ ແມ່ນໜຶ່ງໃນ 22 ຕາແສງເຊິ່ງແຂວງກອນຕູມ ເລືອກເປັນຕາແສງປະຕິບັດທົດລອງເພື່ອຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະ 2010 – 2015. ຕາແສງບໍ່ມີຄອບຄົວທຸກຍາກ; ລາຍຮັບສະເລ່ຍໃສ່ຫົວຄົນບັນລຸລະດັບ 38 ລ້ານດົງ/ຄົນ/ປີ, ສູງກວ່າທົບ 2 – 3 ເທົ່າເມື່ອທຽບໃສ່ກັບປີ 2008. ຈາກຜົນສຳເລັດຂອງຕາແສງຮ່າມ່ອນ, ເມືອງດັ໋ກຮ່າ ສືບຕໍ່ສູ້ຊົນຮອດປີ 2015 ຈະມີ 2 ຕາແສງບັນລຸມາດຖານຊົນນະບົດໃໝ່.