ປ​ະ​ກາດ​ດ່າ​ນ​ຊາຍ​ແດນ​ສາ​ກົນ​ທຳ​ອິດ​ຢູ່​ແຂວງ ກາວ​ບັ່ງ

(VOVWORLD) -  ຕອນເຊົ້າວັນທີ 28 ທັນວາ, ຢູ່ດ່ານຊາຍແດນ ຈ່າຫຼິງ, ເມືອງຈູ່ງແຄັງ, ແຂວງ ກວາບັ່ງ ໄດ້ດຳເນີນພິທີປະກາດຍົກລະດັບຄູ່ດ່ານຊາຍແດນ ຈ່າຫຼິງ (ຫວຽດນາມ) - ລອງບາງ (ຈີນ) ກາຍເປັນດ່ານຊາຍແດນສາກົນ.
ປ​ະ​ກາດ​ດ່າ​ນ​ຊາຍ​ແດນ​ສາ​ກົນ​ທຳ​ອິດ​ຢູ່​ແຂວງ ກາວ​ບັ່ງ - ảnh 1ພິທີປະກາດຍົກລະດັບຄູ່ດ່ານຊາຍແດນ ຈ່າຫຼິງ (ຫວຽດນາມ) - ລອງບາງ (ຈີນ) ກາຍເປັນດ່ານຊາຍແດນສາກົນ (ພາບ: VOV)

ເຂົ້າຮ່ວມພິທີດັ່ງກ່າວ ມີການນຳແຂວງ ກາວບັ່ງຂອງ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງ ເຜົ່າ ຈວາງ ກວາງຊີ (ຈີນ). ດ່ານຊາຍແດນສາກົນ ຈ່າຫຼີງ ຈະແມ່ນດ່ານຊາຍແດນສາກົນເປັນທາງການແຫ່ງທຳອິດໃນເສັ້ນຊາຍແດນຍາວກວ່າ 330 ກິໂລແມັດ ຂຶ້ນກັບແຂວງ ກາວບັ່ງ. ທ່ານ ຫງວຽນຈູງກຽນ, ຫົວໜ້າຫ້ອງຄຸ້ມຄອງຊາຍແດນ ຈ່າຫຼີງ, ຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນແຂວງ ກາວບັ່ງ, ຕີລາຄາວ່າ:

        “ການຍົກລະດັບເປັນດ່ານຊາຍແດນສາກົນ ຈະສ້າງທ່າໄດ້ປຽບຢ່າງໃຫຍ່ຫຼວງສຳລັບ ກາວບັ່ງ ໃນການເຄື່ອນໄຫວການຄ້າຊາຍແດນ. ສຳລັບການເຂົ້າ - ອອກເມືອງ, ຈະອຳນວຍຄວາມສະດວກໃຫ້ແກ່ການເຂົ້າ - ອອກເມືອງສຳລັບຜູ້ມາຈາກປະເທດທີ 3 ເວລາຜ່ານ ຈ່າຫຼີງ. ສຳລັບສິນຄ້າ, ການເຄື່ອນໄຫວນຳເຂົ້າ - ສົ່ງອອກກໍຈະຄຶກຄື້ນກວ່າ, ສິນຄ້າກໍມີຫຼາກຫຼາຍຊະນິດກວ່າ”.

       


ຕອບກັບ

ຂ່າວ/ບົດ​ອື່ນ