ປະກາດປຶ້ມປົກຂາວ ກ່ຽວກັບເຕັກໂນໂລ ຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2012

ປະກາດປຶ້ມປົກຂາວ ກ່ຽວກັບເຕັກໂນໂລ ຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2012 - ảnh 1
ການເຄື່ອນໄຫວກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຢູ່ຫວຽດນາມພວມຂະຫຍາຍຕົວຢ່າງແຂງແຮງ ( ພາບ : baomoi .com)


Vovworld- ວັນ​ທີ 4/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ​ໄດ້​ປະກາດ​ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຫວຽດນາມ​ປີ 2012. ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຫວຽດນາມ​ປີ 2012 ​ໄດ້​ສະໜອງ​ພາບ​ພົດ​ສັງ​ລວມທີ່​ແທ້​ຈິງ​ກ່ຽວ​ກັບສະພາບ​ການ​ພັດທະນາ​ຂອງ​ຂະ​ແໜງ​ໃນ​ຂົງ​ເຂດ​ຕ່າງໆ​ຄື ພື້ນຖານ​ໂຄງ​ລ່າງ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​; ອຸສາ​ຫະກຳ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​, ​ໄປສະນີ​, ໂທລະ​ຄົມມະນາຄົມ; ການ​ນຳ​ໃຊ້ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ ​ແລະ ຄວາມ​ປອດ​ໄພ​ດ້ານ ຂໍ້​ມູນ​ຂ່າວສານ ​....ພິ​ເສດ, ​ໃນ​ປີ 2012, ຂົງ​ເຂດ​ການ​ກະຈາຍ​ສຽງ - ​ໂທລະພາບ​ຖືກ​ນຳ​ເຂົ້າປຶ້ມ​ປົກ​ຂາວ​ຢ່າງ​ເປັນ​ທາງ​ການ ​ແນ​ໃສ່​ຢັ້ງຢືນ​ບົດບາດ​ຂອງການ​ກະຈາຍ​ສຽງ - ​ໂທລະພາບທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ຂະ​ແໜງເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຫວຽດນາມ​. ປຶ້ມ​ປົກ​ຂາວ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຫວຽດນາມ​ປີ 2012 ຍັງ​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ບົດບາດ​ຂອງ​ຂະ​ແໜງ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​​ແມ່ນ​ໂຄງ​ລ່າງ​ເພື່ອ​ພັດທະນນາ​ເສດຖະກິດ​ສັງຄົມອີກ​ດ້ວຍ.

ຂ່າວ/ບົດ​ອື່ນ