ປະກາດປື້ມປົກຂາວກ່ຽວກັບການຕ້ານການຂຸດຄົ້ນ IUU ຢູ່ ຫວຽດນາມ

(VOVWORLD) -ໃນຕອນຄ່ຳວັນທີ 14 ມັງກອນ, ທີ່ພິທີສະຫຼອງການສົ່ງອອກສິນໃນນ້ຳ ຫວຽດນາມ ທີ່ໄດ້ປະຕິບັດສຳເລັດຕາມແຜນການ 8 ຕື້ USD ໃນປີ 2017 ເຊິ່ງໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີ່ມີນ, ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ໄດ້ປະກາດປື້ມປົກຂາວກ່ຽວກັບການຕ້ານການຂຸດຄົ້ນ IUU ຢູ່ ຫວຽດນາມ.

ນີ້ແມ່ນປື້ມຮວບຮວມບັນດາຂໍ້ມູນຂ່າວສານພື້ນຖານກ່ຽວກັບການຂຸດຄົ້ນສິນໃນນ້ຳທີ່ບໍ່ຖຶກຕ້ອງຕາມກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ປື້ມດັ່ງກ່າວລວມມີ 5 ພາກ, ໄດ້ຮັບການຮຽບຮຽງເປັນພາສາ ຫວຽດນາມ ແລະ ພາສາ ອັງກິດ; ໃນນັ້ນ, ແນະນຳຢ່າງລາຍລະອຽດສະພາບສັງລວມຂະແໜງສິນໃນນ້ຳ ຫວຽດນາມ, ບັນດາຂໍ້ກຳນົດ ແລະ ຕົວຈິງໃນການໜູນໃຊ້, ສະຖານະການບັດຄຳສຳລັບ ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມໃນການແກ້ໄຂ; ແຜນການເຄື່ອນໄຫວໄລຍະຍາວກ່ຽວກັບການຕ້ານການຂຸດຄົ້ນ IUU ຂອງລັດຖະບານ ຫວຽດນາມ…. ກໍ່ຄືບັນດາຂໍ້ສະເໜີແນະຕໍ່ບັນດາຝ່າຍທີ່ກ່ຽວຂ້ອງໃນລະບົບມູນຄ່າສິນທະເລ. ໃນປື້ມປົກຂາວນີ້, VASEP ສະຫງວນ 1 ພາກທີ່ສະແດງໃຫ້ເຫັນຈະແຈ້ງກ່ຽວກັບທັດສະນະ ແລະ ສານຂອງ VASEP ແລະ ປະຊາຄົມວິສາຫະກິດສິນທະເລ ຫວຽດນາມ: ເດັດດ່ຽວບໍ່ຂຸດຄົ້ນສິນໃນນ້ຳ IUU. VASEP ແລະ ບັນດາວິສາຫະກິດພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ພ້ອມກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາຝ່າຍກ່ຽວຂ້ອງປະຕິບັດການເຄື່ອນໄຫວແຫ່ງຊາດຕ້ານການຂຸດຄົ້ນ IUU ໄລຍະຍາວ. 

ຕອບກັບ

ຂ່າວ/ບົດ​ອື່ນ