ປະກາດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ12

ປະກາດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ12 - ảnh 1
(ບັນດາ​ຜູ້​ແທນ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​
ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ 12)

(vovworld) - ​ວັນ​ທີ 26/01, ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ກ້າວ​ເຂົ້າ​ວັນ​ເຮັດ​ວຽກ​ທີ 6. ກອງ​ປະຊຸມ​ໃຫຍ່​​ໄດ້ເຮັດ​ວຽກ​ຢູ່​ຫໍ​ປະຊຸມໝົດ​ມື້. ​ໃນ​ຕອນ​ເຊົ້າ, ບັນດາ​ຜູ້​ແທນ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ 12.

        ​ແລະ​ໃນ​ຕອນ​ບ່າຍ​, ກອງ​ປະຊຸມ​ໃຫຍ່​​ໄດ້ຮັບຮອງ​ເອົາ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ລວມມີ​ ກຳມະ​ການສົມ​ບູນ 180 ທ່ານ ​ແລະ ກຳມະການ​ສຳຮອງ 20 ທ່ານ. ກ່ອນ​ໜ້າ​ນັ້ນ, ຄະນະ​ປະທານ​ກອງ​ປະຊຸມ​ໃຫຍ່ ​ໄດ້ອ່ານ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ແທນ​ກ່ຽວ​ກັບ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12 ຂອງ​ພັກ. ບັນດາ​ຜູ້​ແທນ​ໄດ້ຈົດ​ບັດ​ລົງ​ຄະ​ແນນ​ສຽງ​ບາງ​ບັນ​ຫາ​ທີ່​ຂຶ້ນ​ກັບ​ເນື້ອ​ໃນ​​ເອກະສານ​ກອງ​ປະຊຸມ​ໃຫຍ່​ຕ່າງໆ.

ຂ່າວ/ບົດ​ອື່ນ