ປະກາດໃຊ້ມະຕິສູນກາງກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ

(VOVWORLD) - ຄາດໝາຍຂອງມະຕິແມ່ນສ້າງລະບົບນະໂຍບາຍເງິນເດືອນແຫ່ງຊາດ ມີວິທະຍາສາດ, ກະຈ່າງແຈ້ງ...

ວັນທີ 21 ພຶດສະພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຊັນປະກາດໃຊ້ມະຕິກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ພາລະກອນ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດ. ຄາດໝາຍຂອງມະຕິແມ່ນສ້າງລະບົບນະໂຍບາຍເງິນເດືອນແຫ່ງຊາດ ມີວິທະຍາສາດ, ກະຈ່າງແຈ້ງ, ເໝາະສົມກັບສະພາບການຕົວຈິງຂອງປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດຕາມ ກຳນົດທິດສັງຄົມນິຍົມ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.  ພ້ອມກັນນັ້ນ, ສ້າງກຳລັງໜູນປົດປ່ອຍກຳລັງການຜະລິດ, ຍົກສູງສະມັດຕະພາບການອອກແຮງງານ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນສ້າງລະບົບການເມືອງໃຫ້ປອດໃສ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ; ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ; ຮັບປະກັນຊີວິດການເປັນຢູ່ຂອງຜູ້ໄດ້ຮັບເງິນເດືອນ ແລະ ຄອບຄົວຜູ້ໄດ້ຮັບເງິນເດືອນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ