ປະຈຸບັນ, ລັດເຊຍ ບໍ່ສາມາດກັບຄືນສູ່ຂໍ້ຕົກລົງສົ່ງອອກທັນຍາພືດຢູ່ທະເລດຳ

(VOVWORLD) - ກ່ອນໜ້ານັ້ນ, ວັນທີ 24 ກໍລະກົດ, ທ່ານ Guterres ໄດ້ກະຕຸກຊຸກຍູ້ ລັດເຊຍ ເຊື່ອມຕໍ່ການອະນຸຍາດໃຫ້ ຢູແກຼນ
ປະຈຸບັນ, ລັດເຊຍ ບໍ່ສາມາດກັບຄືນສູ່ຂໍ້ຕົກລົງສົ່ງອອກທັນຍາພືດຢູ່ທະເລດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາພືດ
(ພາບ:AFP/TTXVN)

ປະຈຸບັນ, ລັດເຊຍ ບໍ່ສາມາດກັບຄືນສູ່ຂໍ້ຕົກລົງສົ່ງອອກທັນຍາພືດຢູ່ທະເລດຳ ຍ້ອນວ່າຂໍ້ມາດຕາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຂອງລັດເຊຍ ບໍ່ໄດ້ປະຕິບັດ. ນີ້ແມ່ນຄຳເຫັນຂອງທ່ານ Dmitry Peskov, ໂຄສົກວັງ Kremlin ໃນການປະຊຸມຖະແຫຼງຂ່າວໃນວັນທີ 25 ກໍລະກົດ. ທ່ານ Peskov ກໍ່ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vkadimir Putin ເນັ້ນໜັກວ່າ ຂໍ້ຕົກລົງນີ້ອາດສາມາດຟື້ນຟູໄດ້ຖ້າຫາກວ່າບັນດາຂໍ້ມາດຕາກ່ຽວຂ້ອງເຖິງລັດເຊຍ ໄດ້ຮັບການປະຕິບັດ.

        ຖະແຫຼງການຂອງທ່ານ Peskov ໄດ້ປະຕິເສດຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່ຽວກັບເລື່ອງ ລັດເຊຍ ເຂົ້າຮ່ວມຂໍ້ຕົກລົງຄືນໃໝ່. ກ່ອນໜ້ານັ້ນ, ວັນທີ 24 ກໍລະກົດ, ທ່ານ Guterres ໄດ້ກະຕຸກຊຸກຍູ້ ລັດເຊຍ ເຊື່ອມຕໍ່ການອະນຸຍາດໃຫ້ ຢູແກຼນ ສົ່ງອອກທັນຍາຫານປອດໄພຈາກທ່າກ່ຳປັ່ນບາງແຫ່ງຂອງປະເທດນີ້ໃນທະເລດຳ. ແຕ່ເຖິງຢ່າງໃດກໍ່ຕາມ, ວັງ Kremlin ຖືວ່າ: ຂໍ້ສະເໜີຂອງທ່ານ Guterres ບໍ່ສາມາດແກ້ໄຂຄວາມວິຕົກວັງວົນຕົ້ນຕໍຂອງ ລັດເຊຍ ຍ້ອນບໍ່ມີຄວາມຄືບໜ້າໃນຂໍ້ຕົກລົງສ້າງເງື່ອນໄຂເພື່ອສົ່ງອອກບັນດາຜະລິດຕະພັນ ແລະ ຝຸ່ນ ຂອງລັດເຊຍ ໃນຂະນະທີ່ຝ່າຍ ຕາເວັນຕົກ ຈັດວາງຄຳສັ່ງລົງໂທດຕ້ານ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ