ປະຊາຄົມຊາວຄຼິດນະຄອນຫຼວງຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ
ທ່ານ ຫງວຽນເທ໋ຖາວ ຕ້ອນຮັບຄະນະສຳນັກສັງຄະລາດໃຫຍ່ - ເຂດຊາວຄິດ ຮ່າໂນ້ຍ ມາອວຍພອນປີໃໝ່
(ພາບປະກອບ)
|
(vovworld) - ຕອນບ່າຍວັນທີ 25/2, ທ່ານ ຫງວຽນເທ໋ຖາວ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ສຳນັກສັງຄະລາດໃຫຍ່ - ເຂດຊາວຄິດ ຮ່າໂນ້ຍ. ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫງວຽນເທ໋ຖາວ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານບັນລຸໄດ້ໃນປີຜ່ານມາຂອງພະຄາດີນັນ ຫງວຽນວັນເຍີນ, ສັງຄະລາດໃຫຍ່ເຂດຊາວຄຼິດ ຮ່າໂນ້ຍ ເວົ້າສະເພາະ ແລະ ພໍ່ແມ່ປະຊາຊົນຊາວຄຼິດນະຄອນຫຼວງ ເວົ້າລວມ, ພ້ອມທັງຢັ້ງຢືນເລື່ອງ ນະຄອນຫຼວງ ຮ່າໂນ້ຍ ພັດທະນາຢ່າງແຮງ, ນັບມື້ນັບນັບຮັ່ງມີສວຍງາມ, ສິວິໄລແມ່ນຍ້ອນຄວາມເຫັນດີເຫັນພ້ອມ, ການປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຊົນທຸກຊັ້ນວັນນະ, ໃນນັ້ນມີພໍ່ແມ່ປະຊາຊົນຊາວຄຼິດ.
ສະແດງຄວາມຂອບອົກຂອບໃຈຕໍ່ການເອົາໃຈໃສ່, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກຂອງອຳນາດການປົກຄອງ ຮ່າໂນ້ຍ ສະຫງວນໃຫ້ພໍ່ແມ່ປະຊາຊົນຊາວຄຼິດໃນໄລຍະຜ່ານມາ ພະຄາດີນັນ ຫງວຽນວັນເຍີນ, ສັງຄະລາດໃຫຍ່ເຂດຊາວຄຼິດ ຮ່າໂນ້ຍ ຖືວ່າ: ເລື່ອງທ່ານແມ່ນໜຶ່ງໃນຈຳນວນ ພະຄາດີນັນ 20 ອົງໃນທົ່ວໂລກ ຫາກໍ່ຖືກສັນຕະປາປາ Francis ແຕ່ງຕັ້ງແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງ. ດັ່ງນັ້ນ, ພະຄາດີນັນ ຫງວຽນວັນເຍີນ ຫວັງວ່າຈະຮັບໃຊ້ປະຊາຊົນ, ບ້ານເກີດເມືອງນອນຢ່າງສຸດຈິດສຸດໃຈ ພ້ອມທັງສ້າງສາສາສະໜາຄຼິດ ພັດທະນາຮ່ວມເດີນທາງພ້ອມກັບຊາດ.