ປະຊາຄົມຊາວຫວຽດນາມຢູ່ມາເລເຊຍແລະສ.ເຊັກໂກຊ່ວຍເຫຼືອປະຊາຊົນພາກກາງ

ປະຊາຄົມຊາວຫວຽດນາມຢູ່ມາເລເຊຍແລະສ.ເຊັກໂກຊ່ວຍເຫຼືອປະຊາຊົນພາກກາງ - ảnh 1
ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດບໍ​ລິ​ຈາກ​ເງິນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ
(ພາບ: Lê Hòa/Vietnam+)

(vovworld) –  ວັນ​ທີ 19/10, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ໄດ້​ຈັດ​ຕັ້ງ​​ພິ​ທີ​ປຸກ​ລະ​ດົມ​​ການ​ບໍ​ລິ​ຈາກ​ເງິນ​ເພື່ອ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ ແຂວງ ຮ່າ​ຕິ້ງ ແລະ ກວາງ​ບີ່ງ ຖືກ​ຜົນ​​ເສຍ​ຫາຍ​ຍ້ອນ​​ພະ​ຍຸ​ນ້ຳ​ຖ້ວມ. ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ​ ຟ້າມ​ກາວ​ຟອງ ໄດ້​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ, ບັນ​ດາ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ບໍ​ລິ​ເວນ​ເຂົ້າ​ຮ່ວມ​​ການ​ບໍ​ລິ​ຈາກ​ເງິນ, ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ຖືກ​ປະ​ສົບ​ເຄາະ​ຮ້າຍ, ປະ​ກອບ​ສ່ວນ​ແກ້​ໄຂ​ຜົ​ນ​ຮ້າຍ​ຢ້ອນຫຼັງ, ​ເຮັດໃຫ້​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ ແລະ ຟື້ນ​ຟູ​ການ​ຜະ​ລິດ​ໂດຍ​ໄວ.

        ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນຫຼວງ ປ​ຣາ​ຮາ, ສ.ເຊັກ​ໂກ ໄດ້​ຈັດ​ຕັ້ງ​​ລາຍ​ການ​ສະ​ແດງ​ບັນ​ດາ ບົດ​ເພງ​ລະ​ດູ​ໃບ​ໄມ້ຫຼົ່ນ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ ຫວຽດ​ນາມ (20/10) ແລະ ມຸ່ງ​​ຫາ​ພາກ​ກາງ. ມີພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ທີ່​ດຳ​ລົງ​​ຊີ​ວິດຢູ່ ປ​ຣາ​ຮາ ແລະ ແຂວງ ແປ​ລນ ເກືອບ 200 ຄົນ ເຂົ້າ​ຮ່ວມ​​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດັ່ງ​ກ່າວ ເພື່ອ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ ແລະ ​ບໍ​ລິ​ຈາກເງິນ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ພາກ​ກາງ ຖືກ​ຜົນ​​ເສຍ​ຫາຍ​ຍ້ອນ​​ພະ​ຍຸ​ນ້ຳ​ຖ້ວມ.


ຂ່າວ/ບົດ​ອື່ນ