ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອບຮັບບຸນເຕັດປີກຸນ2019

(VOVWORLD) -ຕອນຄ່ຳວັນທີ 3 ກຸມພາ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ໄດ້ຈັດຕັ້ງລາຍການສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ໃຫ້ແກ່ປະຊາຄົມຊາວຫວຽດນາມອາໄສຢູ່ ລັດເຊຍ. 
ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອບຮັບບຸນເຕັດປີກຸນ2019 - ảnh 1ສະຖານທູດຫວຽດນາມ ປະຈຳລັດເຊຍ ຈັດລາຍການຕ້ອນຮັບບຸນເຕັດໃຫ້ພໍ່ແມ່ຊາວຫວຽດນາມ ອາໄສຢູ່ລັດເຊຍ 

ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ອວຍພອນໃຫ້ຊາວຫວຽດນາມອາໄສຢູ່ລັດເຊຍ ໝົດທຸກຄົນ ປີໃຫມ່ ມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນວຽກງານ, ສືບຕໍ່ຮັກສາຄວາມສາມັກຄີ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມແລະ ລັດເຊຍ ແລະ ຍາມໃດກໍ່ອ່ວາຍຫນ້າເມືອຫາບ້ານເກີດເມືອງນອນ.

ກ່ອນຫນ້ານັ້ນ ພໍ່ແມ່ຊາວຫວຽດນາມ ອາໃສຢູ່ ຝລັ່ງໄດ້ມີໂອກາດພົບປະກັນ, ເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດ ໂດຍສະຖານທູດຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.  ອ້າຍ ຫງວຽນແອງກວັນ, ປະຈຸບັນ ພວມເຮັດວຽກຢູ່ ປາຣີ ໃຫ້ຮູ້ວ່າ:

“ໃນໂອກາດບຸນເຕັດ, ລະດູບານໃຫມ່ ວຽນມາ ພວກຂ້າພະເຈົ້າໄດ້ຈັດຕັ້ງຫລາຍເຫດການ, ປີໃດກໍ່ຫໍ່ເຂົ້າຕົ້ມ, ຈັດລາຍການສະແດງສິລະປະ. ຜ່ານນັ້ນ ແນະນຳ, ໂຄສະນາພາບພົດຫວຽດນາມ,  ວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ”

ວັນທີ 2 ກຸມພາ, ສະຖານທູດຫວຽດນາມ ປະຈຳ ຈີເລ ກໍ່ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດໃຫ້ພໍ່ແມ່ຊາວຫວຽດນາມ ພວມດຳລົງຊີວິດຢູ່ ຈີເລ.

ຕອບກັບ

ຂ່າວ/ບົດ​ອື່ນ