ປະຊາຄົມສາກົນຊົມເຊີຍລັດຖະສະພາ ເອີຣົບ ຮັບຮອງເອົາສັນຍາການຄ້າເສລີກັບ ຫວຽດນາມ

(VOVWORLD) - ພາຍຫລັງລັດຖະສະພາ ເອີຣົບ ຫາກໍ່ປ່ອນບັດຮັບຮອງເອົາສັນຍາການຄ້າເສລີລະຫວ່າງສະຫະພາບ ເອີຣົບ (ອີຢູ) ແລະ ຫວຽດນາມ (EVFTA) ໃນວັນທີ 12 ກຸມພາ ຢູ່ ຝຣັ່ງ, ທ່ານ Chang – Hee Lee ຜູ້ອຳນວຍການອົງການແຮງງານສາກົນປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ:

ບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບແຮງງານ ແລະ ສິ່ງແວດລ້ອມຂອງ EVFTA ຈະຊ່ວຍນຳມາເຊິ່ງຜົນປະໂຫຍດໃຫ້ບັນດາຝ່າຍທັງໝົດ, ຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ ແລະ ຮັບປະກັນວ່າ ການເຕີບໂຕໃນປັດຈຸບັນ ຈະບໍ່ຖືກທົດແທນດ້ວຍບັນດາກາລະໂອກາດຂອງລຸ້ນຄົນໃນອະນາຄົດ.

        ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ພະລັງງານສະຫະພັນ ເຢຍລະມັນ Peter Altmaier ຖືວ່າ: ຂໍ້ຕົກລົງທີ່ບັນລຸໄດນັ້ນ້ ໄດ້ເປີດອອກຄວາມສາມາດບົ່ມຊ້ອນຂອງຕະຫລາດຢ່າງໃຫຍ່ຫລວງ ໃຫ້ແກ່ບັນດາວິສາຫະກິດ ເອີຣົບ. ທ່ານລັດຖະມົນຕີ Altmaier ກໍ່ຖືເລື່ອງ EP ຮັບຮອງເອົາຂໍ້ຕົກລົງກັບ ຫວຽດນາມ 2 ສະບັບແມ່ນ “ສັນຍານສຳຄັນໃຫ້ແກ່ການຄ້າເສລີ ກໍ່ຄືຕ້ານຄືນລັດທິອາລັກຂາ”. ພ້ອມກັນນັ້ນ, ບັນດາສຳນັກຂ່າວສານ, ໜັງສືພິມໃຫຍ່, ຊ່ອງໂທລະພາບ ແລະ ວິທະຍຸຂອງ ເຢຍລະມັນ ກໍ່ໃຫ້ຂ່າວກ່ຽວກັບເຫດການດັ່ງກ່າວ.

        ສ່ວນທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາ ເອີຣົບ ຖືວ່າ: ເລື່ອງຮັບຮອງເອົາສັນຍາ 2 ສະບັບທີ່ມີຄວາມມັກໃຫຍ່ໃຝ່ສູງ ແລະ ກ້າວໜ້າກັບ ຫວຽດນາມ ກໍ່ແມ່ນຜົນສຳເລັດຢ່າງໃຫຍ່ຫລວງກັບລັດຖະສະພາ ເອີຣົບ. ທ່ານ Bernd Lange ກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງວ່າ ເຖິງວ່າລະຫວ່າງ ຫວຽດນາມ ແລະ ອີຢູ ຍັງມີຄວາມແຕກຕາງກັນກໍ່ຕາມ ແຕ່ວິທີໜຶ່ງດຽວເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ 2 ຝ່າຍດີຂຶ້ນກ່ວາເກົ່ານັ້ນ ແມ່ນການພົບປະເຈລະຈາ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ຍ້ອນເປັນຄັ້ງທຳອິດທີ່ລັດຖະສະພາ ເອີຣົບ ໄດ້ເຫັນດີເປັນເອກະພາບກັບສະພາແຫ່ງຊາດ ຫວຽດນາມ ສ້າງຕັ້ງບັນດາກຳມາທິການປະສົມ ເພື່ອຕິດຕາມການຜັນຂະຫຍາຍສັນຍາ ກໍ່ຄືຄູ່ຮ່ວມມືເປັນປະຈຳ. ນັ້ນແມ່ນຜົນສຳເລັດໃຫຍ່ຫລວງສຳລັບລັດຖະສະພາ ເອີຣົບ.

        ໃນຂະນະນັ້ນ, ເມື່ອຕອບຄຳຖາມຂອງນັກຂ່າວ VOV. ທ່ານ Geert Bourgeois ສະມາຊິກລັດຖະສະພາ ເອີຣົບ, ພ້ອມທັງແມ່ນນັກລາຍງານຂອງສັນຍາ 2 ສະບັບກັບ ຫວຽດນາມ ຢູ່ລັດຖະສະພາ ເອີຣົບ ຕີລາຄາວ່າ:

        “ບັນດາເຈົ້າໜ້າທີ່ ຫວຽດນາມ ຈະອະທິບາຍສັນຍານີ້ໃຫ້ປະຊາຊົນ ຫວຽດນາມ ໄດ້ຢ່າງຈະແຈ້ງກ່ວາ, ແຕ່ສັນຍາດັ່ງກ່າວ ຈະສ້າງກາລະໂອກາດໃຫ້ແກ່ ຫວຽດນາມ ຕື່ມອີກ. ສະນັ້ນ, ສັນຍານີ້ ແມ່ນໂອກາດໃຫຍ່ຫລວງທີ່ສຸດໃຫ້ແກ່ ຫວຽດນາມ. ຄວນຈື່ໄວ້ວ່າ ນັບທັງເລື່ອງ ອັງກິດ ຖອນຕົວອອກແລ້ວ ແຕ່ສະຫະພາບ ເອີຣົບ ຍັງແມ່ນຕະຫລາດໃຫຍ່ທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ