ປະຊາຄົມເຕັກໂນໂລຊີຂໍ້ມູນຂ່າວສານຮັບບົດບາດໜ້າທີ່ນຳໜ້າໃນການຊຸກຍູ້ການຫັນເປັນດີຈີຕອນ

(VOVWORLD) - ໄປຄຽງຄູ່ກັບການມູ່ງໄປສູ່ຕະຫລາດພາຍນອກ, VINASA ແລະ ບັນດາວິສາຫະກິດສະມາຊິກ ຄວນມີບັນດາມາດຕະການຢ່າງແທດຈິງ, ນຳໃຊ້ງ່າຍ, ມູ່ງໄປສູ່ຈຳນວນສ່ວນຫລາຍ
ປະຊາຄົມເຕັກໂນໂລຊີຂໍ້ມູນຂ່າວສານຮັບບົດບາດໜ້າທີ່ນຳໜ້າໃນການຊຸກຍູ້ການຫັນເປັນດີຈີຕອນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ພາບ: VGP

  ວັນທີ 19 ມີນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມຊ໊ອບແວ ແລະ ບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ V, ອາຍຸການ 2021 – 2025. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ນີ້ແມ່ນໄລຍະທີ່ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານໄດ້ຮັບພາລະກຳນຳໜ້າການປ່ຽນແປງໃໝ່ ເພື່ອຍາດແຍ່ງໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ໃນອາຍຸການ 2021 – 2025, ໄປຄຽງຄູ່ກັບການມູ່ງໄປສູ່ຕະຫລາດພາຍນອກ, VINASA ແລະ ບັນດາວິສາຫະກິດສະມາຊິກ ຄວນມີບັນດາມາດຕະການຢ່າງແທດຈິງ, ນຳໃຊ້ງ່າຍ, ມູ່ງໄປສູ່ຈຳນວນສ່ວນຫລາຍ ເພື່ອແກ້ໄຂບັນດາບັນຫາວາງອອກໃນສະພາບຕົວຈິງ ແນໃສ່ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ນຳມາເຊິ່ງຜົນກະທົບ, ການປ່ຽນແປງຢ່າງຕັ້ງໜ້າໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ