ປະຊາຄົມໂລກ ໃຫ້ຄຳໝັ້ນສັນຍາ ອຸປະຖຳກ່ວາ 16 ຕື້ USD ໃຫ້ ອາບການິດສະຖານ

ປະຊາຄົມໂລກ ໃຫ້ຄຳໝັ້ນສັນຍາ ອຸປະຖຳກ່ວາ 16 ຕື້ USD ໃຫ້ ອາບການິດສະຖານ - ảnh 1
ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Koichiro Gemba ກ່ວຄຳເຫັນທີ່ກອງປະຊຸມ
(ພາບ: AP)

(vovworld) - ກອງ​ປະຊຸມ​ອຸປະ​ຖຳສາກົນ​ໃຫ້​ແກ່ ອາບ​ກາ​ນິດ​ສະຖານ ຖືກ​ໄຂ​ຂຶ້ນ​​ໃນ​ວັນ​ທີ 8/7 ຢູ່​ນະຄອນຫຼວງ ​ໂຕ​ກຽວ ຂອງ ຍີ່ປຸ່ນ, ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ຜູ້ຕາງໜ້າ​ທີ່​ມາ​ຈາກ​ກ່ວາ 80 ປະ​ເທດ ​ແລະ ອົງການຈັດ​ຕັ້ງ​ສາກົນ. ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈ​ົ້າ ພາບຍີ່ປຸ່ນ Yoshihiko Noda ຢັ້ງຢືນ​ວ່າ: ຍີ່ປຸ່ນ​ເປັນ​ກຽດ​ທີ່​ເປັນ​ເຈົ້າ​ພາບຈັດ​ຕັ້ງ​ກອງ​ປະຊຸມ​ນີ້. ກອງ​ປະຊຸມ ​ແມ່ນ​​ແຫ່ງເພ​ື່ອ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຍົກ​ອອກ​ຄຳ​ໝັ້ນ​ສັນຍາ​​ໃໝ່​ຂອງ​ຕົນ​ໃນ​ການ​ເຄື່ອນ​ໄຫວ​ສ້າງ​ ອາກາ​ນິດ​ສະຖານ ຄືນ​ໃໝ່. ກອງ​ປະຊຸມ​ຖືກ​ດຳ​ເນີນ​​ໃນ​ເວລາ 1 ວັນ, ຈະ​ຮັບຮອງ​ເອົາ​ຖະ​ແຫຼ​ງການ ​ໂຕ​ກຽວ, ​ໃນ​ນັ້ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ອຸປະຖ​ຳ 16 ຕື້ USD ​ໃຫ້​ແກ່ ອາບ​ກາ​ນິດ​ສະຖານ ດ້ວຍ​ຄວາມ​ຄືບ​ໜ້າການ​ປ່ອຍ​ເງິນ​ແມ່ນ 4 ຕື້ USD/ປີ ​ແຕ່​ນີ້​ຮອດ​ໝົດປີ 2015 ​ເພື່ອ​ແນ​ໃສ່​ຊ່ວຍ​ປະ​ເທດ​ນີ້​ກັບ​ຄືນ​ສະພາບເປັນ​ປົກກະຕິ​ພາຍຫຼັງ​ທີ່ກຳລັງ​ທະຫານ​ປະສົມ​ຖອນ​ອອກ​ຈາກ​ປະ​ເທດ​ນີ້. ບັນດາ​ນັກ​ອຸປະ​ຖຳກໍ​ຈະ​ຮັບຮອງ​ເອົາ​ເອກະສານ​ແມ່​ທີ່​ມີ​ຊື່ວ່າ: “ທົດ​ສະ​ວັດ​ມອບ​ໂອນ​ພາຍຫຼັງ​ປີ 2015”, ​ເນັ້ນ​ໜັກ​ບາງ​ຫຼັກການ​ຮັບ​ເອົາ​​ເງິນ​ອຸປະ​ຖ​ຳ, ​ໃນ​ນັ້ນ​ມີ​ຫຼັກການ​ອະພິ​ບາຍ, ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ການ​ເງິນ​ອຸປະຖຳຖືກ​​ຮົ່ວ​ໄຫຼ​ຍ້ອນ​ສະພາບ​​ສໍ້​ລາດ​ບັງ​ຫຼວງ ​ແລະ ການຄຸ້ມ​ຄອງ​ທີ່​ອ່ອນ​ດ້ອຍ​ຂອງ ອາບ​ກາ​ນິດ​ສະຖານ.

ຂ່າວ/ບົດ​ອື່ນ