(ພາບ:vietnamplus.vn)
(vovworld)- ພາຍຫຼັງເກືອບ 3 ເດືອນແຫ່ງການຜັນຂະຫຍາຍການຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ດ້ວຍຄວາມຕັດສິນໃຈສູງຂອງບັນດາອົງການຈັດຕັ້ງສະມາຊິກ, ແນວໂຮມປະເທດຊາດຂັ້ນຕ່າງໆ ໄດ້ຮັບເອົາຄຳເຫັນປະກອບຈາກ 8 ລ້ານຄົນ ເຂົ້າໃນບັນດາເນື້ອໃນສຳຄັນ. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານຮິງດາມ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ:
“ອາດເວົ້າໄດ້ວ່າ, ນັບແຕ່ເມື່ອປະເທດຊາດໄດ້ທ້ອນໂຮມເຂົ້າກັນເປັນເອກະພາບ ແລະ ຜ່ານການປັບປຸງລັດຖະທຳມະນູນເປັນ 3 ຄັ້ງ, ບໍ່ມີຄັ້ງໃດທີ່ປະຊາຊົນທຸກຊັ້ນວັນນະມີຄວາມສົນໃຈ, ຕິດຕາມ, ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນຫຼາຍຄືຄັ້ງນີ້. ບັນດາຄຳເຫັນຈາກປັນຍາຊົນບັນດາເຜົ່າ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ທັງຜູ້ມີຍົດຖາບັນດາສັກທາງສາດສະໜາກໍ່ລ້ວນແຕ່ມີຄວາມສຸດຈິດສຸດໃຈ, ປະກອບບັນດາຄຳເຫັນເພື່ອປັບປຸງລັດຖະທຳມະນູນ. ຜ່ານນັ້ນໄດ້ສະແດງໃຫ້ເຫັນສິດເປັນເຈົ້າຂອງປະຊາຊົນທີ່ມີຕໍ່ການປັບປຸງລັດຖະທຳມະນູນເວົ້າສະເພາະ ແລະ ການສ້າງສາ ແລະ ພັດທະນາລັດແຫ່ງອຳນາດນິຕິບັນຍັດສັງຄົມນີຍົມຂອງ ປຊຊ, ໂດຍ ປຊຊ ແລະ ເພື່ອ ປຊຊເວົ້າລວມ“