ປະຊາຊົນຊາວຫວຽດນາມອາໄສຢູ່ຝລັ່ງ ປະກອບ ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະຊາຊົນຊາວຫວຽດນາມອາໄສຢູ່ຝລັ່ງ ປະກອບ ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) -     ພ້ອມ​ກັບ​ປະຊາຊົນ​ພາຍ​ໃນ​ປະ​ເທດ, ພໍ່​ແມ່​ປະຊາຊົນ​ຊາວຫວຽດນາມ ອາ​​ໄສ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ປະຊາຊົນຊາວ​ຫວຽດນາມ ອາ​​ໄສ​ຢູ່​ຝລັ່ງ ກໍ​ເອົາ​ໃຈ​ໃສ່​ເຖິງ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ອ້າຍ ​ເຈີ່ນ​ບັ່ງ, ຄະນະ​ບໍລິຫານ​ງານ​ສະມາຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ​ໄດ້​ຢືນ​ຢັນ​ວ່າ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ມີ​ຄວາມ​ເອົາ​ໃຈ​ໃສ່ທີ່​ສຸດ​ເຖິງ 3 ບັນຫາ​​ໃນ​ລັດຖະທຳ​ມະນູນນັ້ນ​ແມ່ນ ອະທິປະ​ໄຕຊາຍ​​ແດນ, ທີ່ຕັ້ງ​ຂອງ​ຫວຽດນາມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ອ້າ​ຍ ​ເຈີ່ນ​ບັ່ງ ສະ​ເໜີ​ຄຳ​ເຫັນ​ວ່າ.

“ຫວຽດນາມ ​​​ນອນ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປ​ສັບສົນ ​ແລະ ການ​ກະທົບ​ຫຼາຍ​ຢ່າງຈາກ​ພາຍ​ນອກ, ​ເພາະສະ​ນັ້ນ ຄວາມຮຽກຮ້ອງ​ຕ້ອງ​ມີມາດຕາ​ອັນ​ທີ່​ລະອຽດ​​ໃດ​ໜຶ່ງແມ່ນ​ບໍ່​ຈຳ​ເປັນ. ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຮູບ​ແບບ​ໃໝ່ ລັດຖະທຳ​ມະນູນ​ໃໝ່ ຕ້ອງ​​ເຮັດ​ໃຫ້ສັງຄົມ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ໃໝ່ ​​ເມື່ອ​ທຽບ​ໃສ່​ຮູບ​ແບບ​ພັດທະນາ​ທີ່ອີ່​ງ​ໃສ່​ລັດຖະທຳ​ມະນູນ​ປີ 1992”.

​ເອື້ອຍ ຫງວຽນ​ຮົ່ງຮ່າ, ນັກ​ຄົ້ນຄວ້າ​​ກ່ຽວ​ກັບ​ລັດຖະທຳ​ມະນູນ, ​​ເຊິ່ງ​ໄດ້ເຮັດ​ວຽກ​ຢູ່​ສານ​ລັດຖະທຳ​ມະນູນ​ຂອງຝລັ່ງ ​ໃນ 3 ປີຜ່ານມາ ​ໃຫ້​ຮູ້​ວ່າ.

“ພາຍຫຼັງ​ໄດ້​ອ່ານ​ໂຄງການ​ປະຕິ​ຮູບ​ລັດຖະທຳ​ມະນູນ​ຂອງ​ຫວຽ​ດນາມ ສິ່ງ​ທຳ​ອິດ​ທີ່​ພາ​ໃຫ້ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດນັ້ນ​ແມ່ນ​ ລັດ​ຫວຽດນາມ ຕົກລົງນຳ​ສິດ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ປະຊາຊົນເຂົ້າ​ໃນລັດຖະທຳ​ມະນູນ”.

ປະຈຸ​ບັນ, ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ພວມ​ໄດ້​ຮັບ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ໃນ​ນັ້ນ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຂອງພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ມີ​ຄວາມ​ສຳຄັນທີ່​ສຸດ.

ຂ່າວ/ບົດ​ອື່ນ