ປະຊາຊົນປະກອບຄຳເຫັນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992

ປະຊາຊົນປະກອບຄຳເຫັນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992 - ảnh 1
ລັດຖະທຳມະນູນປີ 1992

(vovworld) – ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຖືກ​ນຳ​ມາ​ຮັບ​ເອົາ​ການປະກອບ​ຄຳ​ເຫັນຂອງ​ປະຊາຊົນ​ນັບ​ແຕ່​ວັນ​ທີ 2/1/2013 ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ຄົນ. ທ່ານ ດິງກົງສີ, ຮອງ​ຫົວໜ້າ​ຄະນະ ສ.ສ.ຊ ​ແຂວງ ​ເຊີນ​ລາ ມີ​ຄວາມ​ເຫັນ​ດັ່ງ​ນີ້:

“ຂ້າພະ​ເຈົ້າ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ບັນດາ​ຂໍ້ມາດຕາຂອງ​ລັດຖະທຳ​ມະນູນ​ຄື: ບັນຫາ​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ໂດຍ​ພື້ນຖານ​ຂອງ​ພົນລະ​ເມືອງ. ນີ້​ແມ່ນ​ບາດ​ກ້າວ​ເດີນ​ທີ່​ສຳຄັນ​ຍິ່ງ​ຂອງ​ລັດຖະທ​ຳມະນູນ​ປີ 1992. ບັນ​ຫາ​ຕໍ່​ໄປ ​ແມ່ນ​ການ​ກໍ່ສ້າງ​ກົງ​ຈັກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ລະບົບ​ຄະນະ​ກຳມະການ​ປະຊາ​ຊົນ​ຈາກ​ຂັ້ນ​ແຂວງ ລົງ​ຮອດ​ຂັ້ນ​ຕາ​ແສງ, ​ເທດສະບານ​ເມືອງ, ​ເພື່ອ​​ເຮ​ັດ​​ແນວ​ໃດ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ບັນດາ​ຂໍ້​ກຳນົດ ກ່ຽວ​ກັບກົງ​ຈັກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຕ້ອງ​ລະອຽດ​ທີ່​ສຸດ ​ແລະ ກຳລັງ​ຄວາມ​ສາມາດ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ນີ້ ຕ້ອງ​ມີ​ປະສິດທິ​ຜົນ​ກ່ວາ​ເກົ່າ. ຂ້າພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ເພີ່ມ​ເຕີມ 3 ລະບອບ​ບັນຍັດ​ໃໝ່​ໃນ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ, ນັ້ນ​ແມ່ນ​ສະພາ​ລັດຖະທຳ​ມະນູນ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ລະບອບ​ກ່ຽວ​ກັບ​ການກວດ​ສອບ​ແຫ່ງ​ລັດ. ນອກຈາກ​ນັ້ນ, ຂ້າພະ​ເຈົ້າ​ຍັງ​ສະໜັບສະໜູນ​ກ່ຽວ​ກັບ​ການ​ກຳນົດ​ລະບອບ​ເສດຖະກິດ​ຂອງ​ພວກ​ເຮົາ ​ແມ່ນ​ບໍ່​ຢືນຢັນ​ບົດບາດ​ເ້ປັນ​ເຈົ້າພາ​ທາງ​ຂອງ​ເສດຖະກິດ​ແຫ່ງ​ລັດ, ຫາກ​ແມ່ນ​ຕ້ອງ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ”

ຂ່າວ/ບົດ​ອື່ນ