ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12 ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ

(VOVWORLD) - ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ຖືກອັດລົງໃນວັນທີ 17 ມັງກອນ. ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນເປັນພິເສດເມື່ອໄດ້ປຶກສາຫາລື ແລະ ຕົກລົງເອົາວຽກງານຕ່າງໆ ເຊິ່ງຈະຊ່ວຍຊ່ວຍໃຫ້ການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ປະສົບຜົນສຳເລັດ.
ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12 ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ - ảnh 1ພິທີອັດກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12  (ພາບ: baochinhphu.vn)

ຕາມອ້າຍ ມາຍແທັງຮ່າ, ປະຊາຊົນຢູ່ເມືອງ 5, ນະຄອນ ໂຮ່ຈີມິນ ແລ້ວ, ນີ້ແມ່ນເຫດການຄັດເລືອກເອົາບັນດາການນຳສູງສຸດຂອງພັກ - ຜູ້ທີ່ຈະສົ່ງຜົນກະທົບເຖິງທົ່ວວິວັດການປະຕິຮູບການບໍລິຫານ ແລະ ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ.

        “ຂ້າພະເຈົ້າຫວັງວ່າ ຜ່ານຄວາມເຫັນດີເປັນເອກະພາບໃນກອງປະຊຸມ ຈະສາມາດຄັດເລືອກໄດ້ບັນດາຜູ້ຮັບສະໝັກ, ການນຳໃນອະນາຄົດທີ່ດີເດັ່ນທີ່ສຸດ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງສຸດຂອງທັງອົງການຈັດຕັ້ງພັກ ກອມມູນິດ ຫວຽດນາມ ແລະ ສັງຄົມ ຫວຽດນາມ”.

        ປະຊາຊົນໃນທຸກເຂດ, ພາກຂອງປະເທດຊາດ ໃຜໆກໍມີຄວາມກະຕືລືລົ້ນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມຫວັງກ່ຽວກັບການກຳນົດທິດ, ນະໂຍບາຍທີ່ຖືກຕ້ອງ, ໂດຍສະເພາະແມ່ນນະໂຍບາຍແກ່ຊາວກະສິກອນ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາໃນອາຍຸການຈະມາເຖິງ. ເອື້ອຍ ຫງວຽນທິໝີແຫ້ງ ຢູ່ເທດສະບານ 12, ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ໊ຍ - ຫວູງເຕົ່າ ຫວັງວ່າ:

        “ຂ້າພະເຈົ້າຫວັງວ່າ ຜູ້ທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ຊຸດນີ້ ຈະອຸທິດສ່ວນແກ່ການພັດທະນາ ແລະ ວາງອອກບັນດານະໂຍບາຍອັນຖືກຕ້ອງ, ນຳປະເທດຊາດກ້າວຂຶ້ນ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ. ຂ້າພະເຈົ້າກໍຫວັງວ່າ ບຸກຄົນທີ່ເປັນກຳມະການຄະນະບໍລິຫານງານສູນກາງພັກຄັ້ງທຳອິດ ຈະພ້ອມກັບຄະນະສືບຕໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງ, ເຂັ້ມແຂງ, ສາມັກຄີ ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ