ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດ G20 ມີ​ຄວາມ​ວິ​ຕົກ​ກັງວົນຕ​ໍ່ ໂລກພວມ​ຫຍັບ​ມໍ່​ເຂົ້າ​ “ເສັ້ນກຳ​ນົດ” ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ທຳ​ມະ​ຊາດ​ແລ້ວ

(VOVWORLD) - ເກືອບ 75% ຈຳນວນຄົນໃນກຸ່ມບັນດາປະເທດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ທີ່ຖືກຖາມ ໄດ້ເຊື່ອວ່າ ທຳມະຊາດ ແລະ ດິນຟ້າອາກາດຂອງໜ່ວຍໂລກ ອາດຈະມີການປ່ຽນແປງຢ່າງກະທັນຫັນ ຫຼື ບໍ່ສາມາດຕ່າວປີ້ນໄດ້ ຍ້ອນການເຄື່ອນໄຫວຂອງມະນຸດ. ນີ້ແມ່ນຜົນຂອງການຢັ່ງຫາງສຽງແບບທາງໄກ ທີ່ໄດ້ປະກາດໃນວັນທີ 17 ສິງຫາ.
ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດ G20 ມີ​ຄວາມ​ວິ​ຕົກ​ກັງວົນຕ​ໍ່ ໂລກພວມ​ຫຍັບ​ມໍ່​ເຂົ້າ​ “ເສັ້ນກຳ​ນົດ” ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ທຳ​ມະ​ຊາດ​ແລ້ວ - ảnh 1ການເຄື່ອນໄຫວຂອງມະນຸດໄດ້ເຮັດໃຫ້ດິນຟ້າອາກາດມີການປ່ຽນແປງຢ່າງໄວວາ (ພາບ: baotainguyenmoitruong.vn)

ການສຳຫຼວດ ໂດຍບໍລິສັດ Ipsos MORI ປະຕິບັດໃຫ້ແກ່ເຄືອຂ່າຍ Global Commons Alliance ແຕ່ເດືອນ ເມສາ ຫາເດືອນ ພຶດສະພາຜ່ານມາ ສຳລັບປະຊາຊົນເກືອບ 20.000 ຄົນ ເຊິ່ງຢູ່ໃນເກັ່ນອາຍຸແຕ່ 16 – 75 ປີ ທີ່ພວມດຳລົງຊີວິດຢູ່ບັນດາປະເທດ G20.

        ຜົນຂອງການຢັ່ງຫາງສຽງໄດ້ຊີ້ໃຫ້ເຫັນວ່າ 73% ຈຳນວນຄົນຖືກຖາມ ຖືວ່າ ໂລກພວມຫຍັບເຂົ້າໄປເສັ້ນກຳນົດ, ໝາຍຄວາມວ່າ ບັນດາການປ່ຽນແປງຢ່າງໄວວາໃນຂອບຂະໜາດໃຫຍ່ ຈະພາໄປເຖິງຜົນຮ້າຍຢ້ອນຫຼງັທີ່ຮ້າຍແຮງສຳລັບດິນຟ້າອາກາດ ຫຼື ທຳມະຊາດ ຍ້ອນບັນດາການເຄື່ອນໄຫວຄື ເຜົາເຊື້ອເພິງ ຟອກຊິວ ແລະ ການຕັດໄມ້ທຳລາຍປ່າ.  ແລະ 58% ຈຳນວນຄົນດັ່ງກ່າວ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບດິນຟ້າອາກາດໃນຕົວຈິງ ແລະ ບັນຫາຊີວະນາໆພັນໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ