ປະຊາຊົນອາເມລິກາ ນັບມື້ນັບບໍ່ພໍໃຈຕໍ່ ສະພາແຫ່ງຊາດ ແລະທຳນຽບຂາວ

ປະຊາຊົນອາເມລິກາ ນັບມື້ນັບບໍ່ພໍໃຈຕໍ່ ສະພາແຫ່ງຊາດ ແລະທຳນຽບຂາວ - ảnh 1
(ພາບ: AFP-TTXVN)

(vovworld)-​​​​ ​ ​ ​ເຖິງ​ວ່າບັນລຸ​​ໄດ້ຂໍ້​ຕົກລົງ​ໃນ​ນາທີ​ສຸດ​ທ້າຍ​ໃນ​ອາທິດ​ກ່ອນ​​ເພື່ອ​ຫລີກ​ເວັ້ນ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ ຕ້ອງຕົກ​ເຂົ້າສູ່​ສະພາບ​ລົ້ລະລາຍ​ເປັນຄັ້ງທຳ​ອິດ​ໃນ​ປະຫວັດສາດກໍ່ຕາມ ​ແຕ່​ອັດຕາ​ສ່ວນ​ ປຊຊ ອາ​ເມ​ລິ​ກາ ມີ​ຄວາມ​ເສຍ​ຫວັງ ​ແລະ ບໍ່ພໍ​ໃຈຕໍ່​ທັງ​ສະພາ​ແຫ່ງ​ຊາດ ​ແລະ ທຳນຽບຂາວ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຫຼາຍ. ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ລວມປະກາດ​ເມື່ອ​ວັນ​ທີ 21/10 ຂອງ​ໂທລະພາບ CNN ​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ ປຊຊ ອາ​ເມ​ລິ​ກາ 1000 ຄົນ​ຖືກຖາມ, ມີ​ 63% ຖື​ວ່າ: ຕ້ອງ​ປ່ຽນແທນປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ, ສະມາຊິກ​ສະພາ​ຕ່ຳສັງກັດ​ພັກສາ​ທາ​ລະນະ​ລັດ John Boehner. ສ່ວນ​ໝາກຜົນ​ການ​ຢັ່ງ​ຫາ​ສຽງ​ປະກາດ​ໃນ​ທ້າ​ຍອາທິດ​ຜ່ານ​ມາ​ຂອງ​ອົງການ Pew Research ກໍ່​ໃຫ້​ຮູ້​ວ່າ: ອັດຕາ​ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງອາ​ເມ​ລິ​ກາ ສະໜັບສະໜູນ​ປະທານາທິບໍດີ Barack Obama, ບັນດາ​ສະມາຊິກ​ລັດຖະສະພາ​ສັງກັດພັກ​ປະຊາທິປະ​ໄຕ​ກໍ່ຫລຸດ​ລົງ​ຢ່າ​ງ​ແຮງ.

  ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ​ແນ່ນອນ​ວ່າ, ທ່າ​ທີ​ບໍ່ພໍ​ໃຈ​ດັ່ງກ່າວ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງອາ​ເມ​ລິ​ກາ ຈະ​ກໍ່​ຄວາມ​ກີດຂວາງ​ຕໍ່​ການ​ເລືອກ​ຕັ້ງກາງ​ສະ​ໄໝໃນ​ປີ 2014. ບັນດາ​ໝາກ​ຜົນການຢັ່ງ​ຫາງ​ສຽງ​ດັ່ງກ່າວ​ໄດ້​ຮັບ​ການປະກາດ​ໃນ​ຂະນະ​ທີ່​ຝ່າຍ​ສາທາລະນະ​ລັດ​ກຳລັງ​ຖີ້ມ​ໂທດ​​ໃສ່​ກັນ ພາຍຫຼັງ​ບັນດາ​ສຳນັກງານລັດຖະບານ​ແຫ່ງ​ສະຫະລັດ​ຖືກ​ປິດ​ປະຕູ​ເປັນ​ເວລາ 16 ວັນ./.

 

ຂ່າວ/ບົດ​ອື່ນ