ປະຊາຊົນເປັນໃຈກາງໃນນະໂຍບາຍພັດທະນາ

(VOVWORLD) -ໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນການປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາຊົນເປັນກົກ.
ປະຊາຊົນເປັນໃຈກາງໃນນະໂຍບາຍພັດທະນາ - ảnh 1 ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
(ພາບ: VGP)

ວັນທີ 27 ມັງກອນ, ເປັນມື້ເຮັດວຽກທີ 3 ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ບັນດາຜູ້ແທນໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່. ໃນຕອນເຊົ້າ, ກອງປະຊຸມດຳເນີນໄປພາຍໃຕ້ການບໍລິຫານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝູກ. ໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນການປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາຊົນເປັນກົກ. ສະເໜີບົດປະກອບຄວາມເຫັນໃນຕອນເຊົ້າວັນທີ 27 ມັງກອນ, ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໄດ້ຍົກອອກບັນຫາເຊິ່ງປະເທດພວມຢູ່ໃນໄລຍະຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງ, ວາງອອກຫຼາຍບັນຫາໃໝ່. ໃນຂະນະນັ້ນ, ຜົນກະທົບຈາກໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ; ການຈຳແນກລະຫວ່າງຄວາມຮັ່ງມີ - ທຸກຍາກໃນສັງຄົມກໍ່ໄດ້ເກີດຂຶ້ນຢ່າງຈະແຈ້ງ. ຕາມທ່ານ ເຈິ່ນແທັງເໝີນ ແລ້ວ, ໄລຍະຈະມາເຖິງ, ການເຄື່ອນໄຫວຂອງແນວໂຮມປະເທດຊາດແມ່ນມຸ່ງໄປສູ່ຂັ້ນຮາກຖານ; ເຕົ້າໂຮມກຳລັງແຮງຂອງປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ.

        ເມື່ອເຕື້ອງເຖິງຄວາມສຳຄັນຂອງເລື່ອງປຸກລຸກກຳລັງແຮງຂອງປະຊາຊົນ, ທ່ານ ຫງວຽນຮົ່ງລິ້ງ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ຖືວ່າ.

        “ໜຶ່ງໃນບັນດາບົດຮຽນສຳຄັນ, ປະກອບສ່ວນສ້າງບັນດາຜົນງານທີ່ຍິ່ງໃຫຍ່ຕະຫຼອດໄລຍະປະຫວັດສາດ ແມ່ນບົດຮຽນຖືປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າ, ກຳລັງປະດິດຄິດສ້າງ ແລະ ແຫຼ່ງກຳລັງຂອງປະຊາຊົນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນສະພາບຕົວຈິງ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງພັກ, ຍິ່ງຕ້ອງເອົາໃຈໃສ່ເຖິງການເຕົ້າໂຮມ, ຂົນຂວາຍປະຊາຊົນ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ເປັນຢ່າງດີກວ່າ, ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນບັນດາຂະບວນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງສຳເລັດຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ