ປະ​ຕິ​ກິ​ລິ​ຍາຂອງ ລັດ​ເຊຍ​ ຕໍ່​ຂໍ້​ມູນ​ຂ່າວ ທີ່​ວ່າ ອາ​ເມ​ລິ​ກາ ສະ​ໜອງ​ລົດ​ຖັງ M1 Abrams ໃຫ້​ແກ່ ຢູ​ແກຼນ

(VOVWORLD) -ວັນທີ 24 ມັງກອນ, ທ່ານ Anatoly Antonov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ ໄດ້ຖະແຫຼງການກ່ຽວກັບເລື່ອງ ອາເມລິກາ ອາດຈະມອບລົດຖັງສູ້ຮົບ ໃຫ້ແກ່ ຢູແກຼນ ນັ້ນ ຈະເປັນການເກາະຜິດຢ່າງເປີດແປນ” ຕ້ານ ລັດເຊຍ.
ປະ​ຕິ​ກິ​ລິ​ຍາຂອງ ລັດ​ເຊຍ​ ຕໍ່​ຂໍ້​ມູນ​ຂ່າວ ທີ່​ວ່າ ອາ​ເມ​ລິ​ກາ ສະ​ໜອງ​ລົດ​ຖັງ M1 Abrams ໃຫ້​ແກ່ ຢູ​ແກຼນ - ảnh 1ການຂົນສົ່ງອາວຸດປະເພດໜັກ (ພາບ: Getty Images/TTXVN)

ກ່ອນໜ້ານັ້ນ ໃນວັນດຽວກັນ, ສຳນັກຂ່າວສານ AP ໄດ້ໃຫ້ຂ່າວໂດຍວົງການເຈົ້າໜ້າທີ່ ອາເມລິກາ ເຜີຍໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານ Joe Biden ພ້ອມແລ້ວທີ່ຈະໃຫ້ອະນຸມັດເລື່ອງມອບລົດຖັງ M1 Abrams ໃຫ້ແກ່ ຢູແກຼນ. ຂໍ້ຕົກລົງດັ່ງກ່າວ ອາດຈະໄດ້ປະກາດໃນວັນທີ 25 ມັງກອນ, ເຖິງວ່າຈະເສຍເວລາ 2 – 3 ເດືອນ ຫຼື 2 – 3 ປີກໍຕາມ ເພື່ອມອບລົດຄັນຖັງໃຫ້ແກ່ ຢູແກຼນ.

        ໄລ່ມາຮອດປັດຈຸບັນນີ້, ອາເມລິກາ ຊ່ວຍເຫຼືອ ຢູແກຼນ ສ່ວນຫຼາຍແມ່ນໄດ້ປະຕິບັດຜ່ານໂຄງການສະເພາະ ໂດຍອີງໃສ່ສາງສຳຮອງຂອງທຳນຽບ 5 ແຈ ເພື່ອຂົນສົ່ງອາວຸດໄປຍັງ ຢູແກຼນ ໄດ້ຢ່າງວ່ອງໄວກວ່າ. ເຖິງຢ່າງໃດກໍຕາມ, ນັບທັງຕາມວິທີດັ່ງກ່າວ, ອາເມລິກາ ກໍຕ້ອງເສຍເວລາເປັນເດືອນ ເພື່ອສົ່ງລົດຖັງໄປຍັງ ຢູແກຼນ ແລະ ຝຶກຊ້ອມໃຫ້ແກ່ກຳລັງ ຢູແກຼນ ນຳໃຊ້ອາວຸດປະເພດນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ