(vovworld) - ວັນທີ 16/04, ສຳນັກຂ່າວສານ Yonhap ໄດ້ຄັດຄຳເວົ້າຂອງບັນດາເຈົ້າໜ້າທີ່ລັດຖະບານສ.ເກົາຫຼີ ທີ່ໃຫ້ຂໍ້ສັງເກດວ່າ, ລູກສອນໄຟເຊິ່ງສປປ.ເກົາຫຼີ ຍິງໃນຕອນເຊົ້າວັນດຽວກັນອາດຈະແມ່ນລູກສອນໄຟນຳວິຖີໄລຍະກາງ KN – 15, ປະເພດດຽວກັນກັບລູກສອນໄຟເຊິ່ງໄດ້ຍິງເມື່ອຕົ້ນເດືອນ 04 ນີ້. ໃນຂະນະນັ້ນ, ສຳນັກຂ່າວສານ Reuters ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ອາເມລິກາ ໂດຍບໍ່ເຜີຍຊື່ມີຄວາມເຊື່ອໝັ້ນວ່າ ລູກສອນໄຟເຊິ່ງສປປ.ເກົາຫຼີ ຫາກໍ່ຍິງຖືກປະຊາໄຊນັ້ນ, ອາດຈະບໍ່ແມ່ນລູກສອນໄຟນຳວິຖີ. ມີເຈົ້າໜ້າທີ່ຜູ້ອື່ນໄດ້ໃຫ້ຂໍ້ສັງເກດວ່າ, ລູກສອນໄຟເຊິ່ງສປປ.ເກົາຫຼີ ຫາກໍ່ນຳໃຊ້ໄດ້ຍິງຈາກໜ້າດິນ.
ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດອັງກິດ ສະແດງຄວາມວິຕົກກັງວົນເມື່ອໄດ້ຮັບຂ່າວ ສປປ.ເກົາຫຼີ ສືບຕໍດຳເນີນການທົດລອງລູກສອນໄຟ. ກ່ອນໜ້ານນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ Boris Hohnson ໄດ້ເລັ່ງລັດພຽງຢາງ ປະຕິບັດຕາມບັນດາມະຕິຂອງສະຫະປະຊາຊາດຢ່າງເຂັ້ມງວດ ແລະ ຢຸດຕິຄວາມມັກໃຫຍ່ໄຝ່ສູງດ້ານອາວຸດນິວເຄຼຍ.
ເຫດຍິງລູກສອນໄຟດັ່ງກ່າວຖືກດຳເນີນໃນເວລາ 4 ໂມງ 21 ນາທີວັນທີ 16/04 (ຕາມເວລາຮ່າໂນ້ຍ), ຖືກດຳເນີນພາຍຫຼັງສປປ.ເກົາຫຼີ ຈັດພິທີ ເດີນສວນສະໜາມສະແດງກຳລັງຂະໜາດໃຫຍ່ເນື່ອງໃນໂອກາດສະເຫຼີມສະຫຼອງ 105 ປີແຫ່ງວັນຄ້າຍວັນເກີດຜູ້ກໍ່ຕັ້ງລັດ, ທ່ານອະດີດປະທານ Kim Il Sung.