ປະຕິບັດບັນດາແຜນນະໂຍບາຍ,ນະໂຍບາຍກ່ຽວກັບການປ້ອງກັນ,ຕ້ານໄພທຳມະຊາດເປັນຢ່າງດີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອປ້ອງກັນ, ຕ້ານໄພທຳມະຊາດຂອງຫວຽດນາມ ( 22/5/1946 – 22/5/2017 )
ປະຕິບັດບັນດາແຜນນະໂຍບາຍ,ນະໂຍບາຍກ່ຽວກັບການປ້ອງກັນ,ຕ້ານໄພທຳມະຊາດເປັນຢ່າງດີ - ảnh 1 (ພາບປະກອບ)

ທ່ານປະທານປະເທດ ເຈິ່ນດ້າຍກວາງ ມີຈົດໝາຍສົ່ງເຖິງພໍ່ແມ່ປະຊາຊົນ ແລະ ນັກຮົບໃນທົ່ວປະເທດ. ໃນຈົດໝາຍ, ທ່ານປະທານປະເທດສະເໜີຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນທົ່ວປະເທດ ສືບຕໍ່ຊາບຊຶມ ແລະ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ; ນຳເນື້ອໃນການປ້ອງກັນ ແລະ ຕ້ານໄພທຳມະຊາດເຂົ້າໃນວຽກງານການກຳນົດ, ວາງແຜນ, ໂຄງການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງທຸກຂັ້ນ, ທຸກຂະແໜງການ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ສະເໜີບັນດາຂັ້ນ, ຂະແໜງການຕ່າງໆ ຍູ້ແຮງການໂຄສະນາຍົກສູງຄວາມຮັບຮູ້ຂອງປະຊາຄົມ, ຍົກສູງຄຸນນະພາບວຽກງານການຄາດຄະເນ, ການເຕືອນໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ