ປະທານປະເທດ ຈີນ ໄປ ອາຟະລິກາໃຕ້ ເຂົ້າຮ່ວມກອງປະຊຸມ BRICS

(VOVWORLD) - ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມບັນດາການນຳ BRICS ຄັ້ງທີ 15 ຢູ່ Johannesburg ແລະ ຢ້ຽມຢາມທາງລັດຖະກິດ ອາຟະລິກາໃຕ້ ແຕ່ວັນທີ 21-24 ສິງຫາ.
ປະທານປະເທດ ຈີນ ໄປ ອາຟະລິກາໃຕ້ ເຂົ້າຮ່ວມກອງປະຊຸມ BRICS - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: AFP/TTXVN)

        ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະໄປ ອາຟະລິກາໃຕ້ ເພືອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັນ (BRICS) ຢ້ຽມຢາມທາງລັດຖະກິດປະເທດນີ້ ເລີ່ມແຕ່ວັນທີ 21 ສິງຫາ ຈະມາເຖິງ. ໃນແຈ້ງການນທີ່ເອົາລົງໃນເວັບໄຊທາງການໃນວັນທີ 18 ສິງຫາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມບັນດາການນຳ BRICS ຄັ້ງທີ 15 ຢູ່ Johannesburg ແລະ ຢ້ຽມຢາມທາງລັດຖະກິດ ອາຟະລິກາໃຕ້ ແຕ່ວັນທີ 21-24 ສິງຫາ.

ບັນດາການນຳມາຈາກ 5 ປະເທດ BRICS ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ຈະເຂົາຮ່ວມກອງປະຊຸມຢູ່ Johannesburg ໃນອາທິດຈະມາເຖິງ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມທາງໄກ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຈະເຂົ້າຮ່ວມກອງປະຊຸມນີ້ແບບຊຶ່ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ