ປະທານປະເທດ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ ແລະ ເຂົ້າຢ້ຽມອຳລາ

(VOVWORLD) - ໃນການຕ້ອນຮັບທ່ານ Aleksander Surdej, ເອກອັກຄະລັດຖະທູດ ໂປໂລຍ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ສອງປະເທດ ສືບຕໍ່ຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ.

ຕອນບ່າຍວັນທີ 29 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ: ໂປໂລຍ, ແອັດສະປາຍ, ບັງກະລາເທດ ເຂົ້າຍື່ນສານຕາຕັ້ງ ແລະ ຕ້ອນຮັບເອກອັກຄະລັດຖະທູດ ມໍຊຳບິກ ເຂົ້າຢ້ຽມອຳລາ.

        ໃນການຕ້ອນຮັບທ່ານ Aleksander Surdej, ເອກອັກຄະລັດຖະທູດ ໂປໂລຍ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ສອງປະເທດ ສືບຕໍ່ຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ.

        ໃນການຕ້ອນຮັບ ທ່ານ Carmen Cano De Lasala, ເອກອັກຄະລັດຖະທູດ ແອັດສະປາຍ, ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ: ສອງຝ່າຍຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈການເມືອງ, ສືບຕໍ່ຊຸກຍູ້ການຮ່ວມມືການຄ້າ, ການລົງທຶນ ບົນພື້ນຖານວົງເງິນສອງຝ່າຍບັນລຸເກືອບ 4 ຕື້ໂດລາສະຫະລັດ, ນຳ ແອັດສະປາຍ ກາຍເປັນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ອີຢູ ແລະ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ຂອງ ແອັດສະປາຍ ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

       ທີ່ການຕ້ອນຮັບທ່ານ Mohammad Lutfor Rahman, ເອກອັກຄະລັດຖະທູດ ບັງກະລາເທດ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດຊຸກຍູ້ການພົວພັນຕ່າງປະເທດ, ການເມືອງນັບມື້ນັບແໜ້ນແຟ້ນກ່ວາອີກ.

        ໃນການຕ້ອນຮັບທ່ານ Leonardo Pene, ເອກອັກຄະລັດຖະທູດ ມໍຊຳບິກ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ