ປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບ ທູດພິເສດ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງ  ແລະ ສະແດງຄວາມຂອບອົກຂອບໃຈທ່ານ Sugi Ryotaro ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນມິດຕະພາບ ຫວຽດນາມ ຍີ່ປຸ່ນ ໃນຕະຫຼອດ 30 ປີຜ່ານມາ
ປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບ ທູດພິເສດ ຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບອະດີດທູດພິເສດ ຫວຽດນາມ - ຍີ່ປຸ່ນ ທ່ານ Sugi Ryotaro (ພາບ: TTXVN)

ຕອນບ່າຍວັນທີ 19 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບອະດີດທູດພິເສດ ຫວຽດນາມ - ຍີ່ປຸ່ນ ທ່ານ Sugi Ryotaro ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ , ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງ  ແລະ ສະແດງຄວາມຂອບອົກຂອບໃຈທ່ານ Sugi Ryotaro ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນມິດຕະພາບ ຫວຽດນາມ ຍີ່ປຸ່ນ ໃນຕະຫຼອດ 30 ປີຜ່ານມາ, ຜ່ານການຍູ້ແຮງການຮ່ວມມືທາງດ້ານວັດທະນະທຳ, ຈັດຕັ້ງງານພົບປະແລກປ່ຽນສະແດງສິລະປະຂະໜາດໃຫຍ່ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ທີ່ພວມຢູ່ໃນໄລຍະພັດທະນາຢ່າງແຮງ ແລະ ຮອບດ້ານ ດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ.

ແລະກໍ່ໃນຕອນບ່າຍວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການຕ້ອນຮັບທ່ານ Sugi Ryotaro ອະດີດທູດພິເສດ ຍີ່ປຸ່ນ - ຫວຽດນາມ, ຫວຽດນາມ - ຍີ່ປຸ່ນ. , ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ, ກະຊວງຕຳຫຼວດ ຫວຽດນາມ ຕີລາຄາສູງບົດບາດຂອງທ່ານ Sugi Ryotaro ເມື່ດຳລົງຕຳແໜ່ງທີ່ປຶກສາພິເສດຂອງ 3 ອົງການສຳຄັນຝ່າຍຍີ່ປຸ່ນ ແມ່ນອົງການຕຳຫຼວດແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ. ທ່ານລັດຖະມົນຕີ ໂຕເລິມ ຫວັງວ່າ ດ້ວຍການພົວພັນຢ່າງເລິກເຊິ່ງ, ມີຜົນສະທ້ອນໃນເວທີການເມືອງ ຍີ່ປຸ່ນ ທ່ານ Sugi Ryotaro ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ລັດຖະບານ, ບັນດາກະຊວງທີ່ກ່ຽວຂ້ອງຝ່າຍຍີ່ປຸ່ນເພີ່ມທະວີການຮ່ວມມື, ໜູນຊ່ວຍຫວຽດນາມໃຫ້ຫຼາຍກ່ວາເກົ່າ.

ສ່ວນທ່ານ Sugi Ryotaro ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ ລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ຈະນັບມື້ນັບພັດທະນາຢ່າງດີງາມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ກໍ່ຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ. ທ່ານ Sugi Ryotaro ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍາມ, ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາ, ບັນລຸໄດ້ຜົນງານທີ່ດີງາມໃນທຸກຂົງເຂດຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ